ນາຍົກລັດຖະມົນຕີອີຣັກ Nouri Al-maliki ລາອອກຈາກຕຳແໜ່ງ
ນາຍົກລັດຖະມົນຕີອີຣັກ Nouri Al-maliki ລາອອກຈາກຕຳແໜ່ງ
(ພາບ:reuters)
|
(vovworld)- ຕໍ່ໜ້າກຳລັງດັນທັງຢູ່ພາຍໃນ ແລະ ຕ່າງປະເທດ, ວັນທີ 14/8, ນາຍົກລັດຖະມົນຕີໃກ້ຈະໝົດອາຍຸການຂອງອີຣັກ ທ່ານ Nouri Al-maliki ໄດ້ປະກາດລາອອກຈາກຕຳແໜ່ງ ແລະ ສະໜັບສະໜູນຜູ້ຫາກໍໄດ້ຮັບການບົ່ງຕົວໃຫ້ ແທນຕົນເອງ ນັ້ນແມ່ນທ່ານຮອງປະທານສະພາແຫ່ງຊາດ An-Abadi. ການຕັດສິນຂອງ ທ່ານ Nouri Al-maliki ໄດ້ຖືກສັງເກດວ່າຈະເຮັດໃຫ້ສະພາບການເມືອງຢູ່ອີຣັກເຄັ່ງຕຶງຂຶ້ນຕື່ມ ຂະນະທີ່ພວກກະບົດອິດສະລາມນິກາຍຊັນນີພວມຟື້ນຕົວຢ່າງແຂງແຮງ.
ໃນຂະນະນັ້ນ, ວັນທີ 13/8, ສະຫະປະຊະຊາດໄດ້ປະກາດສະພາວະສຸກເສີນໃນລະດັບສູງສຸດສຳລັບວິກິດການມະນຸດສະທຳຢູ່ອີຮັກ, ໃນສະພາວະທີ່ພວກກະບົດລັດອິດສະລາມ IS ໄດ້ບຸກໂຈມຕີຢ່າງດຸເດືອດຢູ່ພາກເໜືອ ແລະ ພາກຕາເວັນຕົກຂອງປະເທດນີ້, ອັນໄດ້ເຮັດໃຫ້ປະຊາຊົນນັບແສນຄົນຕ້ອງປະລະເຮືອນຊານ, ອົບພະຍົບໄປແຫ່ງອື່ນ.