ນາຍົກລັດຖະມົນຕີອະນຸມັດຜ່ານແຜນການກະທຳແຫ່ງຊາດໃນການ ປ້ອງກັນ, ຕ້ານການ ໃຊ້ຄວາມຮຸນແຮງ, ທາລຸນ ທາງເພດຕໍ່ເດັກນ້ອຍ ແຫ່ງຊາດ
(VOVWORLD) - ແຜນການກະທຳແຫ່ງຊາດໃນການປ້ອງກັນຕ້ານການໃຊ້ຄວາມຮຸນແຮງ, ທາລຸນທາງເພດຕໍ່ ເດັກນ້ອຍ ໄລຍະ 2020 – 2025 ກໍ່ໄດ້ວາງອອກເປົ້າໝາຍ: ສູ້ຊົນໃຫ້ບັນລຸໄດ້ 100%ຂອງ ຮາກຖານການແພດຢູ່ຂັ້ນຕາແສງ, ຂັ້ນເມືອງໄດ້ຮັບການເພີ່ມທະວີກຳລັງຄວາມສາມາດດ້ານການແພດໃນການສະໜອງການບໍລິການດູແລ ສຸຂະພາບໃຫ້ແກ່ເດັກນ້ອຍ.
ພາບປະກອບ: TTXVN |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ອະນຸມັດຜ່ານແຜນການກະທຳແຫ່ງຊາດໃນການປ້ອງກັນຕ້ານການໃຊ້ຄວາມຮຸນແຮງ, ທາລຸນທາງເພດຕໍ່ ເດັກນ້ອຍ ໄລຍະ 2020 – 2025, ດ້ວຍເປົ້າໝາຍສູ້ຊົນໃຫ້ບັນລຸໄດ້ 100% ຄອບຄົວທີ່ມີ ເດັກນ້ອຍໄດ້ສະໜອງຄວາມຮູ້, ທັກສະກ່ຽວກັບການປົກປ້ອງເດັກນ້ອຍດ້ວຍບັນດາຮູບການທີ່ແຕກຕ່າງກັນ, 100% ນັກຮຽນໄດ້ຮັບການແນະນຳ, ສຶກສາຄວາມຮູ້, ທັກສະດຳລົງຊີວິດ ແລະ ທັກສະປ້ອງກັນຕົວຕໍ່ການກະທຳນຳໃຊ້ຄວາມຮຸນແຮງ, ທາລຸນ ທາງເພດດ້ວຍເນື້ອໃນທີ່ເໝາະສົມກັບເກນອາຍຸ. 100% ພະນັກງານ ປະຕິບັດວຽກງານປ້ອງກັນເດັກນ້ອຍທຸກຂັ້ນ, ຜູ້ຮ່ວມງານ, ນັກອາສາສະໝັກ ໄດ້ຍົກສູງກຳລັງຄວາມສາມາດໃນການປົກປ້ອງເດັກນ້ອຍ. ການບໍລິການປົກປ້ອງເດັກນ້ອຍ, ພິເສດແມ່ນການບໍລິການປົກປ້ອງເດັກນ້ອຍໃນກໍລະນີຮີບດ່ວນ, ໄດ້ຮັບການປັບປຸງ ແລະ ພັດທະນາ ຢູ່ບັນດາແຂວງ, ນະຄອນທັງໝົດ.
ແຜນການດັ່ງກ່າວກໍ່ໄດ້ວາງອອກເປົ້າໝາຍ: ສູ້ຊົນໃຫ້ບັນລຸໄດ້ 100%ຂອງ ຮາກຖານການແພດຢູ່ຂັ້ນຕາແສງ, ຂັ້ນເມືອງໄດ້ຮັບການເພີ່ມທະວີກຳລັງຄວາມສາມາດດ້ານການແພດໃນການສະໜອງການບໍລິການດູແລ ສຸຂະພາບໃຫ້ແກ່ເດັກນ້ອຍ. 100% ພະນັກງານຕຳຫຼວດທີ່ໄດ້ເຮັດວຽກງານສືບສວນບັນດາເຫດການໃຊ້ຄວາມຮຸນແຮງ, ທາລູທາງເພດຕໍ່ ເດັກນ້ອຍ, ໄດ້ຮັບການຍົກສູງກຳລັງຄວາມສາມາດໃນການປະຕິບັດການເຄື່ອນໄຫວສືບສວນໃຫ້ມີຄວາມສະໜິດສະໜົມກັບເດັກນ້ອຍ.