ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ
(ພາບ: VGP)
(vovworld) - ໂດຍສືບຕໍ່ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ອາຊຽນ - ອາເມລິກາ ຢູ່ Sunnylands, ລັດ California, ອາເມລິກາ, ວັນທີ 16/2, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພ້ອມກັບປະທານາທິບໍດີ Barack Obama ແລະ ບັນດາການນຳອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບຫົວຂໍ້ປົກປັກຮັກສາສັນຕິພາບ, ຄວາມວັດທະນາຖາວອນ ແລະ ຄວາມປອດໄພຢູ່ອາຊີ ປາຊີຟິກ. ກ່ອນໜ້ານັ້ນ, ບັນດາການນຳອາຊຽນ ແລະ ອາເມລິກາ ໄດ້ເຮັດວຽກ ແລະ ປຶກສາຫາລືກ່ຽວກັບຫົວຂໍ້ສະພາບຍຸດທະສາດຢູ່ໃນພາກພື້ນ.
ບັນດາການນຳອາຊຽນ ແລະ ອາເມລິກາ ເຫັນດີຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນຢືນຢັນບັນດາຫຼັກການທີ່ມີລັກສະນະກຳນົດທິດໃຫ້ແກ່ການພົວພັນອາຊຽນ - ອາເມລິກາ ໃນໄລຍະຈະມາເຖິງ. ຖະແຫຼງການຮ່ວມເນັ້ນໜັກວ່າ, ອາຊຽນ - ອາເມລິກາຈະສືບຕໍ່ຍົກສູງຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ (ສປຊ) ແລະ ກົດບັດອາຊຽນ, ສະໜັບສະໜູນການສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ແລະ ສາກົນ, ໂດຍອີງຕາມກົດໝາຍ, ຄຳໝັ້ນສັນຍາແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີ, ເໝາະສົມກັບບັນດາຫຼັກການທີ່ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງຂອງກົດໝາຍສາກົນ, ເຊິ່ງລວມມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ປະທານາທິບໍດີ Obama ຢືນຢັນວ່າ, ອາເມລິກາ ຖືເປັນສຳຄັນການພົວພັນຮ່ວມມືກັບ ອາຊຽນ ກໍ່ຄືແຕ່ລະປະເທດພາຄີ, ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນໃນໂຄງປະກອບພາກພື້ນ. ບັນດາປະເທດ ອາຊຽນຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາເມລິກາ, ປາຖະໜາຢາກຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງໃນຫຼາຍດ້ານ, ສະແຫວງ ຫາການໜູນຊ່ວຍຂອງ ອາເມລິກາ, ເພື່ອກໍ່ສ້າງບັນດາພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຂື່ອນ, ເປີດເຜີຍ, ແກ່ງແຍ້ງ ແລະ ຮ່ວມສຳພັນຢ່າງແໜ້ນແຟ້ນນຳກັນ.
ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ ວາລະຕ່າງໆ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກຫວ່າງແລ້ວນີ້, ພິເສດແມ່ນບັນດາການກະທຳ ປ່ຽນແປງສະພາບເດີມ, ການເພີ່ມທະວີດ້ານການທະຫານ, ການນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພໃນການເດີນທະເລ, ການບີນຢູ່ພາກພື້ນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ບັນດາປະເທດຄວນບຸລິມາສິດສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ເພີ່ມທະວີການເຈລະຈາ ແລະ ການຮ່ວມມື, ຍົກສູງເລື່ອງປະຕິບັດກົດໝາຍສາກົນ. ເມື່ອເນັ້ນໜັກເຖິງຄວາມໝາຍຂອງຍຸດທະສາດ ອາຊຽນ - ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊົມເຊີຍການສະໜັບສະໜູນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນຂອງ ອາເມລິກາ ແລະ ບັນດາຄູ່ຮ່ວມມືເວົ້າລວມສຳລັບຫຼັກການຂອງ ອາຊຽນໃນການແກ້ໄຂບັນດາບັນຫາຄວາມປອດໄພຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ, ພ້ອມທັງສະແດງຄວາມຫວັງວ່າ, ສອງຝ່າຍຈະສົມທົບກັນຜັນຂະຫຍາຍແຜນການດຳເນີນງານ ອາຊຽນ - ອາເມລິກາ ໄລຍະ 2016-2020 ຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນ ອາຊຽນ - ອາເມລິກາ ໃຫ້ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.