ນາຍົກລັດຖະມົນຕີເຊັນອະນຸມັດບັນຊີລາຍຊື່ໂຄງການ“ແຜນກຳນົດການພັດທະນາໄຟຟ້າໃຊ້ແຮງລົມ

ນາຍົກລັດຖະມົນຕີເຊັນອະນຸມັດບັນຊີລາຍຊື່ໂຄງການ“ແຜນກຳນົດການພັດທະນາໄຟຟ້າໃຊ້ແຮງລົມ - ảnh 1
ພາບປະກອບ:internet


(vovworld)-   ​ນາຍົກລັດຖະມົນຕີຫວຽດນາມ ຫາກໍ​ເຊັນ​ອະນຸມັດ​ບັນຊີ​ລາຍ​ຊື່​ໂຄງການ“​ແຜນ​ກຳນົດ​ການ​ພັດທະນາ​ໄຟຟ້າ​ໃຊ້​ແຮງ​ລົມຫວຽດນາມ” ​ໂດຍ​ໄດ້ນຳ​ໃຊ້​ທຶນ​ຫນູນ​ຊ່ວຍ​ ​ພັດທະນາ​ຢ່າງ​ເປັນ​ທາງ​ການ​ຂອງ​ລັດຖະບານ ​ເຢຍລະ​ມັນ. ຈຸດໝາຍ​ຕົ້ນຕໍ​ຂອງ​ໂຄງການ​ແມ່ນ​ຫນູນ​ຊ່ວຍ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ໄຟຟ້າ​ໃຊ້​ແຮງລົມ​ ​ແລະ ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໄຟຟ້າ​ໃຊ້ແຮງ​ລົມ, ກໍ່ສ້າງ​ຖານ​ຂໍ້​ມູນ, ​ແຜນ​ກຳນົດ​ແຫ​ລ່ງພະລັງງານ​​ແຮງ​ລົມ​ຢູ່​ທ້ອງຖິ່ນ ​ແລະ ​ແຫ່ງ​ຊາດ; ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ທຸກ​ຂັ້ນ, ທຸກຂະ​ແຫນງການ​ໃນ​ການ​ກໍ່ສ້າງ, ຄຸ້ມຄອງ​ແຜນ​ກຳນົດ ​ແລະ ການ​ລົງທຶນ​ພັດທະນາ​ໄຟຟ້າ​ໃຊ້​​ແຮງ​ລົມ. ​ໂຄງການ​ດັ່ງກ່າວ​ໄດ້​ປະຕິບັດ​ໃນ​ໄລຍະ 4 ປີ(2014-2018) ດ້ວຍ​ຍອດ​ເງິນ​ລົງທຶນ 3,7 ລ້ານ ​ເອີ​ໂຣ, ​ໃນ​ນັ້ນ ທຶນ​ຊ່ວຍ​ເຫລືອ​ລ້າ​ຂອງ​ລັດຖະບານ​ເຢຍລະ​ມັນ 3,6 ລ້ານ ​ເອີ​ໂຣ, ທຶນ​ສົມທົບ​ຂອງ​ຝ່າຍ ຫວຽດນາມ ​ແມ່ນ 100.000 ​ເອີ​ໂຣ.

 

 

ຂ່າວ/ບົດ​ອື່ນ