ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel
(ພາບ: AFP/TTXVN)
|
(vovworld) – ວັນທີ 17/2, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ມີບົດກ່າວປາໄສສຳຄັນທີ່ສະພາແຫ່ງຊາດ ກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດສະຫະພາບ ເອີລົບ (EU), ເຊິ່ງເຕື້ອງເຖິງ 3 ບັນຫາໃຫຍ່ທ່ີພວມໄດ້ຮັບຄວາມສົນໃຈຈາກຫາງສຽງ ນັ້ນແມ່ນວິກິດການຊາວອົບພະຍົບ, ກົດລະບຽບສະມາຊິກຂອງ ອັງກິດ ໃນ ອີຢູ ແລະ ສະພາບການຢູ່ ຊີຣີ. ກ່ຽວກັບວິກິດການຊາວອົບພະຍົບ, ທ່ານນາງນາຍົກລັດຖະມົນຕີ Angela Merkel ໄດ້ອອກສຽງປົກປ້ອງນະໂຍບາຍປະຈຸບັນທີ່ພວມໄດ້ຮັບການປະຕິບັດເພື່ອແນໃສ່ຫລຸດຜ່ອນປະລິມານຊາວອົບພະຍົບເຂົ້າເອີລົບ. ທ່ານນາງເນັ້ນໜັກເຖິງ 3 ເສົາຄຳ້ສຳຄັນຂອງມາດຕະການ, ເຊິ່ງລວມມີການແກ້ໄຂສາຍເຫດທີ່ພາໄປເຖິງສະພາບການປະຊາຊົນອອກຈາກປະເທດຊາດໄປອົບພະຍົບ, ສ້າງຕັ້ງເຂດຊາຍແດນນອກ EU ຄືນໃໝ່ ແລະ ປັບປຸງກ່ຽວກັບເລື່ອງຮັບຊາວອົບພະຍົບໃນ EU.
ກ່ຽວຂ້ອງເຖິງບັນຫາ ຊີຣີ, ທ່ານນາງນາຍົກລັດຖະມົນຕີ Merkel ຕີລາຄາສະພາບການມະນຸດສະທຳຢູ່ປະເທດນີ້ແມ່ນ “ບໍ່ສາມາດຮັບຮູ້ໄດ້” ແລະ ສະເໜີສ້າງຕັ້ງເຂດຫ້າມບິນຢູ່ ຊີຣີ ຄືນໃໝ່ເພື່ອແນໃສ່ປົກປ້ອງ ແລະ ຊ່ວຍເຫຼືອບັນດາຜູ້ຕ້ອງຫຼົບໄພ. ຕໍ່ໜ້າບັນດາຂໍ້ສະເໜີຂອງ ອັງກິດ, ທ່ານນາງ Merkel ໃຫ້ຂໍ້ສັງເກດວ່າຂໍ້ສະເໜີຫຼາຍຢ່າງຂອງ ລອນດອນ ແມ່ນເໝາະສົມ ແລະ ມີຄວາມສາມາດເປັນໄປໄດ້, ບໍ່ພຽງແຕ່ເພື່ອຜົນປະໂຫຍດສ່ວນຕົວຂອງອັງກິດ.