ນາຍົກລັດຖະມົນຕີເຢຍລະມັນຮຽກຮ້ອງລະງັບໃຈໃນສະພາບການພົວພັນກັບຕວກກີ ພວມເຄັ່ງຕຶງ
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel
|
(vovworld) – ວັນທີ 6/3, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈໃນສະພາບຄວາມເຄັ່ງຕຶງລະຫວ່າງປະເທດນີ້ ແລະ ຕວກກີ ຍັງບໍ່ທັນມີສັນຍານຫລຸດລົງເທື່ອ. ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາ 1 ວັນພາຍຫຼັງທີ່ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ປຽບທຽບຄຳສັ່ງເກືອດຫ້າມຂອງລັດຖະບານ ເຢຍລະມັນ ສຳລັບບັນດາງານໂຮມຊຸມນຸມຂອງປະຊາຄົມຊາວ ເຢຍລະມັນ ເຊື້ອຊາດ ຕວກກີ ກັບ “ບັນດາການກະທຳຂອງ ຟາດຊິດ ເຢຍລະມັນ”. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Steffen Seibert, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ໄດ້ປະຕິເສດຄຳກ່າວຫາດັ່ງກ່າວຂອງທ່ານປະທານາທິບໍດີ Erdogan ແລະ ຖືວ່າ ນີ້ແມ່ນການປຽບທຽບບໍ່ຖືກຕ້ອງ. ທ່ານ Seibert ກໍ່ໄດ້ສະແດງຄວາມຫວັງວ່າ 2 ປະເທດອາດຈະປຶກສາຫາລື ຢ່າງເປີດອົກເປີດໃຈ ແລະ ເຂັ້ມງວດຕໍ່ບັນຫາດັ່ງກ່າວ, ພ້ອມທັງເນັ້ນຫນັກເຖິງ ຄວາມໝາຍພິເສດຂອງການພົວພັນທີ່ສະໜິດແໜ້ນລະຫວ່າງ 2 ປະເທດສະມາຊິກຂອງ ນາໂຕ ນີ້.