ນາຍົກລັດຖະມົນຕີໄທ:ກອງທັບຈະມີການກະທຳຖ້າຫາກເກີດການແຫ່ຂະບວນປະທ້ວງຄືນໃໝ່

ນາຍົກລັດຖະມົນຕີໄທ:ກອງທັບຈະມີການກະທຳຖ້າຫາກເກີດການແຫ່ຂະບວນປະທ້ວງຄືນໃໝ່ - ảnh 1
ທ່ານ​ນາງ​ ຍິ່ງ​ຣັກ ສິນ​ນະ​ວັດ
(ພາບ: AFP/TTXVN)

(vovworld) – ວັນ​ທີ 6/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ຣາ​ຢຸດ ຈັນ​ໂອ​ຈາ ກ່າວ​ເຕືອນ​ວ່າ: ກອງ​ທັບ​ປະ​ເທດນີ້​ຈະ “ມີ​ການກະ​ທຳ” ຕາມ​ຂໍ້​ກຳ​ນົດ​ກົດ​ໄອ​ຍະ​ການ​ເສີກ ຖ​້າ​ຫາກ​ເກີດ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ເລື່ອງ​​ພິ​ຈາ​ລະ​ນາ​ໂທດ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍິ່ງ​ຣັກ ສິນ​ນະ​ວັດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່າ​ນ ປ​ຣາ​ຢຸດ ຢືນ​ຢັນ​ວ່າ:  ກອງ​ທັບ​ຈະ​ບໍ່​ປະ​ໃຫ້​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ​ນາງ ຍິ່ງ​ຣັກ ລົງ​ຖະ​ໜົນ​ແຫ່​ຂະ​ບວນ​ປະ​ທ້ວງ ເຖິ​ງວ່າ​ເຂົາ​ເຈົ້າບໍ່​ຮັບ​ຮູ້​ໝາກ​ຜົນ​​ແຫ່ງ​ການພິ​ຈາ​ລະ​ນາ​ໂທດ​ຂອງ​ສະ​ພາ​ນິ​ຕິ​ບັນ​ຍັດ​ແຫ່ງ​ຊາດ (NLA) (ສະ​ພາ​ແຫ່ງ​ຊາດ ໄທ). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນນີ້​ໃນ​ສະ​ພາບ​ວົງ​ການ​ຜູ້​ສັງ​ເກດ​ການ​ຮັບ​ຮູ້​ເລື່ອງ​ທ່ານ​ນາງ ຍິ່ງ​ຣັກ ຖືກ​ພິ​ຈາ​ລະ​ນາໂທດ ແລະ ຫ້າມ​ເຂົ້າ​ຮ່ວມ​ເວ​ທີ​ການ​ເມືອງ​ໃນ​ເວ​ລາ 5 ປີ​ຈະ​ເຮັດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ຝ່າຍ “ເສື້ອ​ແດງ” ລົງ​ຖະ​ໜົນ​ແຫ່​ຂະ​ບວນ​ປະ​ທ້ວງ, ຢຸດ​ຕິຫຼາຍ​ເດືອນທີ່​ມີ​​ສະ​ຖຽນ​ລະ​ພາບ​ພ​ໍ​ສົມ​ຄວ​ນ​ນັບ​ແຕ່​ເມື່ອກອງ​ທັບ​ຂຶ້ນ​ກຳ​ອຳ​ນາດ ແລະ ນຳ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ຢູ່​ປະ​ເທດນີ້.

        ຕາມ​ແຜນ​ການ​ແລ້ວ, NLA ຈະ​ດຳ​ເນີນ​ການ​ປ່ອນ​ບັດພິ​ຈາ​ລະ​ນາ​ໂທດ​ທ່ານ​ນາງ ຍິ່ງ​ຣັກ ​ທີ່​ວາ​ລະ​ປະ​ຊຸມ​ໃນ​ວັນ​ທີ 9/1 ຈະ​ມາ​ເຖິງ, ອີງ​ໃສ່​ບັນ​ດາ​ການ​ກ່າວ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ຊ່ວຍ​ເຫຼ​ືອ​ລາ​ຄາ​ເຂົ້າ​ສານ​ທີ່​ລັດ​ຖະ​ບານ​ກ່ອນນີ້​ໂຕ້​ຖຽ​ງ​ກັນ.

 


ຂ່າວ/ບົດ​ອື່ນ