ນາຍົກລັດຖະມົນຕີໄທສະເໜີສ້າງສະພາປະຕິຮູບແຫ່ງຊາດ

ນາຍົກລັດຖະມົນຕີໄທສະເໜີສ້າງສະພາປະຕິຮູບແຫ່ງຊາດ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ສະໜາມກິລາແຫ່ງໜຶ່ງ
(ພາບ: AP)

(vovworld) – ວັນ​ທີ 25/12, ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍິງຣັກ ຊິນ​ນະ​ວັດ ສະ​ເໜີ​ສ້າງ​ຕັ້ງ​ສະພາ​ປະຕິ​ຮູບ​ແຫ່ງ​ຊາດ​ເພື່ອ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ​ການ​ເມືອງ​ທີ່​ພວມ​ກໍ່​ຄວາມ​ແບ່ງ​ແຍກ​​ໃນປະ​ເທດ ​ແລ​ະ ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ອຳນາດ​ການ​ປົກຄອງ​ຕາມ​ຂໍ້​ສະ​ເໜີ​ດັ່ງກ່າວ, ສະພາ​ປະຕິ​ຮູບ​ແຫ່ງ​ຊາດ ບໍ່​ແມ່ນ​ອົງການ​ຂອງ​ລັດຖະບານ ​ແລະ ຈະ​ລວມມີ​ສະມາຊິກ 499 ທ່ານ, ທີ່​ຈະ​ໄດ້​ຮັບ​ການ​ເລືອກ​ເຟັ້ນໃນ​ຈຳນວນ​ຜູ້​ແທນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ 2000 ຄົນ. ​ການເລືອກ​​ເຟັ້ນບັນດາ​ສະມາຊິກ ໂດຍ​ຄະນະ​ກຳມະການ​​ເອກະລາດ​ລວມມີສະມາຊິກ​ 11 ຄົນ​ທີ່​ໄດ້​ຮັບ​ການ​ບົ່ງ​ຕົວ, ​ໃນ​ນັ້ນ, ລວມມີ​ຜູ້​ບັນຊາ​ການ​ສູງ​ສຸດ ຫຼືຜູ້​ບັນຊາ​ການ​ທະຫານ​ບົກ, ຜູ້​ບັນຊາ​ການ​ທະຫານ​ເຮ​ືອ ຫຼື ຜູ້​ບັນຊາ​ການ​ທະຫານ​ອາກາດ, ອະທິການ​ບໍດີ 1 ທ່ານ, ຮອງ​ລັດຖະມົນຕີ 2 ທ່ານ, ປະທານ​ຫ້ອງການ​ການ​ຄ້າ​ໄທ, ປະທານ​ສະຫະພັນ​ອຸດສາຫະກຳ ​ໄທ, ປະທານ​ສະຫະ​ສະມາຄົມ​ທະ​ນາຄາ​ນ​ໄທ, ຜູ້ອຳ​ນວຍ​ການ​ໃຫຍ່​ອົງການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ ​ໄທ ​ແລະ ຜູ້​ມີ​ຕຳ​ແໜ່​ງອື່ນ​ອີກ 2 ທ່ານ​. ສະພາ​ໃໝ່​ຈະ​ມີໜ້າ​ທີ່​ປັບປຸງ​ລັດຖະທຳ​ມະນູນ, ​ແກ້​ໄຂ​ບັນຫາ​ສໍ້​ລາດ​ບັງ​ຫຼວງ​, ຮັບປະກັນ​​ປະຕິ​ຮູບ​ການ​ເລືອກ​ຕັ້ງ ​ແລະ ວາງ​ແຜນ​​ປະຕິ​ຮູບ​ດ້ານ​ການ​ເມືອງ, ​ເສດຖະກິດ​ກໍ່​ຄື​ສັງຄົມ​ຂອງ​ປະ​ເທດ​ຊາດ, ຮັບປະກັນ​ວ່າ ບັນດາ​ແຜ​ນການ​ນີ້​ໄດ້​ຮັບ​ການ​ປະຕິບັດ​ໃນ​ທັນທີ​ພາຍຫຼັງ​​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ, ​ເລືອກ​ຕັ້ງ​ຄະນະ​ລັດຖະບານ​ໃໝ່ ​ແລະ ສະພາ​ແຫ່ງ​ຊາດ ​ເຄື່ອນ​ໄຫວ​ຄືນ​ໃໝ່.

ຕຳຫຼວດໄທຕ້ອງ​ໃຊ້​ແກັດນ້ຳຕາ​ເພື່ອ​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ

 ຕອ​ນ​ເຊົ້າ​ວັນ​ທີ 26/12, ຕຳຫຼວດ ​ໄທ ຕ້ອ​ງ​ໃຊ້​ແກ​ດນ້ຳຕາ​ເພື່ອ​ສະກັດ​ກັ້ນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທຳລາຍ​ບັນດາ​ການ​ເຄື່ອນ​ໄຫວ​ກະກຽມ​ເລືອກ​ຕັ້ງ​ຖືກ​ຈັດ​ຕັ້ງ​ຢູ່​ສະໜາມກິລາ ​ໄທ - ຍີ່ປຸ່ນ ຢູ່​ນະຄອນຫຼວງ ບາງກອກ.

    ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ຮ້ອຍ​ຄົນ​ຖືກ​ຕຳຫຼວດ​ໃຫ້​​ເລີກ​ການ​ເຕົ້າ​ໂຮມເມື່ອ​ຊອກ​ຫາ​ວິທີ​ບຸກເຂົ້າ​ຕຶກ​ອາຄານ​ບາງ​ແຫ່​ງຢູ່​ເຂດ Dindaeng, ບ່ອນ​ດຳ​ເນີນ​ພິທີ​ຈົກ​ສະຫຼາກ​ເຂດ​ຫາ​ສຽງ​ເລືອກ​ຕັ້ງຂອງ 30 ພັກ​ການ​ເມືອງ ​ໄທ ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 2/2 ຈະ​ມາ​ເຖິງ. ທີ່​​ສະຖານ​ທີ່​ອື່ນ​ຫຼາຍ​ແຫ່ງນອກ​ສະໜາມກິລາ​ນີ້, ຕຳຫຼວດ​ຕ້ອງ​ຍິງ​ລູກປືນ​ຢາງ​ເພື່ອ​ສະ​ກັດກັ້ນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຂ້າມຜ່ານ​ຮົ້ວ​ກີດຂວາງ​​ປ້ອງກັນ.

    ​ໃນ​ຂະນະ​ນັ້ນ, ມີ 30 ​ໃນ​ຈຳນວນ 34 ພັກ​ຝ່າຍຢູ່​ປະ​ເທດ​ນີ້​ຈົດ​ທະບຽນ​​ເຂົ້າ​ຮ່ວມ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ ​ໄດ້​ສຳ​ເລັດ​ການ​ຈົກ​ສະຫຼາກ​ເຂດ​ຫາ​ສຽງ​ເລືອກ​ຕັ້ງ.

    ກ່ອນ​ໜ້າ​ນັ້ນ, ພັກ​ປະຊາທິປັດ​ຝ່າ​ຍຄ້ານ​ໄທ ​ໄດ້​ຕົກລົງຄັດຄ້ານ​ການ​ເລືອກ​ຕັ້ງ​ພາຍຫຼັງ​ຖືກ​ປະລາ​ໄຊ​ໃນ​ການ​ຮຽກຮ້ອງ​​ໃຫ້​ເລື່ອນເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງຈົນ​ຮອດ​ຍາມ​ໃດທີ່​ການ​ປະຕິ​ຮູບ​ການ​​ເມືອງ​ໄດ້​ຮັບ​ການບັດ​ຕິ​ບັດ.


ຂ່າວ/ບົດ​ອື່ນ