ນາຍົກລັດຖະມົນຕີໄທອວຍພອນກຳປູເຈຍກ່ຽວກັບການເລືອກຕັ້ງປະສົບຜົນສຳເລັດ

(VOVWORLD) -ສື່ມວນຊົນໄທ ໃຫ້ຮູ້ວ່າ, ວັນທີ 08 ສິງຫາ, ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໄດ້ສົ່ງສານສະແດງຄວາມຍິນດີເຖິງທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ກ່ຽວກັບເລື່ອງ ພັກປະຊາຊົນກຳປູເຈຍ (CPP) ຍາດໄດ້ການສະໜັບສະໜູນຢ່າງຫຼວງຫຼາຍໃນການເລືອກຕັ້ງສະພາແຫ່ງຊາດ ເມື່ອວັນທີ 29 ກໍລະກົດຜ່ານມາ.

ສານຂອງທ່ານນາຍົກລັດຖະມົນຕີໄທ ຂຽນວ່າ “ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາຊະອານາຈັກໄທ, ຂ້າພະເຈົ້າຂໍສະແດງຄວາມປະຕິຍິນດີສຸດຈິດສຸດໃຈເຖິງທ່ານ ແລະ ພັກ CPP ຍ້ອນໄດ້ຮັບໄຊຊະນະອີກຄັ້ງໜຶ່ງໃນການເລືອກຕັ້ງຄັ້ງໃຫຍ່”. ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໄສຂອງທ່ານນາຍົກລັດຖະມົນຕີ Hun Sen ໃນອາຍຸການໃໝ່, ກຳປູເຈຍ ຈະສືບຕໍ່ພັດທະນາຢ່າງວັດທະນາຖາວອນໃນຊຸມປີຈະມາເຖິງ. ທ່ານກໍ່ເວົ້າວ່າ ໄທ “ດ້ວຍຖານະບົດບາດເປັນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດແໜ້ນນັ້ນ ກໍ່ຂໍຢືນຢັນຄືນໃໝ່ສຳລັບຄຳໝັ້ນສັນຍາຈະສືບຕໍ່ປັບປຸງການພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຢ່າງແໜ້ນແຟ້ນກັບກຳປູເຈຍ ເພື່ອຜົນປະໂຫຍດຂອງ 2 ຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ