ນາຍົກລັດຖະມົນຕີໄທເຫັນດີເຈລະຈາກັບການນຳຝ່າຍຄ້ານ
ຜູ້ແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ
(ພາບ: sggp.org.vn)
(vovworld) – ວັນທີ 26/11, ທ່ານນາງນາຍົກລັດຖະມົນຕີ ໄທ ຍິງຣັກ ຊິນນະວັດ ໄດ້ເຫັນດີເຈລະຈາກັບຜູ້ນຳການແຫ່ຂະບວນປະທ້ວງໂດຍອະດີດສະມາຊິກສະພາແຫ່ງຊາດພັກປະຊາທິປັດຝ່າຍຄ້ານ ສຸເທບ ເທືອກສຸວັນ ນຳໜ້າ ແລະ ຖືວ່າ: ການແຫ່ຂະບວນປະທ້ວງແມ່ນເໝາະສົມກັບລັດຖະທຳມະນູນແຕ່ວ່າຕ້ອງແມ່ນການແຫ່ຂະບວນປະທ້ວງບໍ່ໃຊ້ຄວາມຮຸນແຮງ ແລະ ມີລັກສະນະສ້າງສັນ. ກ່າວຄຳເຫັນໃນສະພາບທີ່ພວມດຳເນີນການໂຕ້ວາທີບໍ່ໄວ້ວາງໃຈມື້ທຳອິດຢູ່ສະພາຜູ້ແທນລາດຊະດອນ, ທ່ານນາງນາຍົກລັດຖະມົນຕີ ໄທ ຖືວ່າ: ການໂຕ້ວາທີນີ້ແມ່ນເໝາະສົມຢ້ອນວ່ານີ້ກໍ່ແມ່ນວິທີເພື່ອຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຂອງນາຍົກລັດຖະມົນຕີພາຍຫຼັງດຳລົງຕຳແໜ່ງເປັນເວລາ 2 ປີ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າຄວາມດັນຂອງການແຫ່ຂະບວນປະທ້ວງຄັ້ງຕ່າງໆນັບມື້ນັບເພີ່ມຂຶ້ນ, ນາຍົກລັດຖະມົນຕີ ໄທ ຖືວ່າ: ຄວນຊອກຫາມາດຕະການແກ້ໄຂສະພາບສັບສົນໃນປະຈຸບັນ. ນາຍົກລັດຖະມົນຕີ ໄທ ກໍ່ຮຽກຮ້ອງໃຫ້ປະຊາຊົນ ບໍ່ໄດ້ປິດລ້ອມບັນດາສຳນັກງານແຫ່ງລັດ ແລະ ກຳລັງປ້ອງກັນຄວາມສະຫງົບຕ້ອງລະງັບໃຈໃນການແກ້ໄຂ, ຄວບຄຸມການແຫ່ຂະບວນປະທ້ວງໃຫ້ຖືກຕາມກົດໝາຍ.
ໃນສະພາບການກ່ຽວຂ້ອງ, ຕອນຄຳ່ວັນທີ 26/11, ໂດຍບໍ່ຫົວຊາຕໍ່ການຕັດສິນຈັບຕົວຂອງສານອາຍາ ໄທ ແລະ ການນຳໃຊ້ກົດໝາຍວ່າດ້ວຍຄວາມສະຫງົບພາຍໃນ ໃນທົ່ວນະຄອນຫຼວງ ບາງກອກ, ຫົວໜ້າການແຫ່ຂະບວນປະທ້ວງ ສຸເທບ ເທືອກສຸວັນ ຍັງປະກົດຕົວ ແລະ ກ່າວຄຳເຫັນຕໍ່ໜ້າຜູ້ທີ່ເຂົ້າຮ່ວມການແຫ່ຂະບວນປະທ້ວງໃນບໍລິເວັນສຳນັກງານກະຊວງການເງິນ ແລະ ຮຽກຮ້ອງໃຫ້ປະຊາຊົນນັບພັນຄົນສະໜັບສະໜູນການຕ້ານລັກຖະບານຈົນເວລາໄດ້ຮັບຜົນ.