ນາຍົດກລັດຖະມົນຕີ ສ.ໄຮ່ຕີ ສິ້ສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ນາຍົດກລັດຖະມົນຕີ ສ.ໄຮ່ຕີ ສິ້ສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນຢຸ້ງ
ແລະ ທ່ານ​ນາຍົກລັດຖະມົນຕີ ສ.​ໄຮ່​ຕີ
(ພາບ: TTXVN)


(vovworld) -     ວັນ​ທີ 18/12, ທ່ານ​ນາຍົກລັດຖະມົນຕີ ສ.​ໄຮ່​ຕີ Laurent Salvador ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນຢຸ້ງ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ​ໄຮ່​ຕີ  ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ; ​ເຂົ້າ​ຢ້ຽມ​ຂໍ່ານັບ, ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ; ​ໄດ້​ເປັນ​ສັກຂີ​ພິຍານພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ລົງທຶນຍຸດ​ທະ​ສາດ ​ລະຫວ່າງກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ​ຫວຽດນາມ ​ແລະ ລັດຖະບານ ​ໄຮ່​ຕີ. ທີ່​ບັນດາ​ການ​ພົບ​ປະ, ການ​ນຳ​ພັກ, ລັດ ຫວຽດນາມ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາ​ກພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ໄຮ່​ຕີ ​ໃນ​ທຸກ​ຄົງ​​ເຂດ, ​ເພື່ອ​ຮັບ​ໃຊ້​ພາລະກິດ​ພັດທະນາ​ຂອງ​ທັງ 2 ປະ​ເທດ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ວາງອອກ​ທິດ​ທາງ ​ແລະ ມາດ​ຕະການ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ, ກຳນົດ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃຫ້ບຸລິມະສິດ, ​ເລີ່​ມ​ເຄື່ອນ​ໄຫວ​ການ​ເຈລະຈາ ສັນຍາ​ສຳຄັນ 6 ສະບັບ. ຫວຽດນາມ ​ແລະ ​ໄຮ່​ຕີ ​ເຫັນ​ດີ​ຈະ​ສືບ​ຕໍ່​ຮ່ວມ​ມື ​ແລະ ສະ​ໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ທີ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຢູ່​ທັງ 2 ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ