ນາໂຕ ເລີ່ມຕົ້ນພາລະກຳຝຶກຊ້ອມໃຫ້ກອງທັບ ອາບປາກິດສະຖານ
(VOVWORLD) - ພາລະກຳ “ເດັດດຽວການໜູນຊ່ວຍ” ໂດຍອົງການສົນທິສັນຍາ ອັດລານຕິກເໜືອ (ນາໂຕ) ນຳໜ້າ ໄດ້ເລີ່ມຕົ້ນການຝຶກຊ້ອມໃຫ້ບັນດາກົມກອງຂອງທະຫານບົກແຫ່ງຊາດ ອາບປາກິດສະຖານ ຢູ່ແຂວງ Heart ທາງທິດຕາເວັນຕົກຂອງປະເທດນີ້.
ນາໂຕ ເລີ່ມຕົ້ນພາລະກຳຝຶກຊ້ອມໃຫ້ກອງທັບ ອາບປາກິດສະຖານ (ພາບ: AFP/ TTXVN) |
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 12 ພະຈິກ, ຜູ້ບັນຊາກອງທັບ ອາບປາກິດສະຖານ ຢູ່ທາງທິດຕາເວັນຕົກ, ນາຍພົນ Mohammad Nasir Hedayat ໃຫ້ຮູ້ວ່າ: ໃນບັ້ນຝຶກຊ້ອມທີ່ເລີ່ມຕົ້ນແຕ່ວັນທີ 12 ພະຈິກ, ພົນທະຫານ ອາບປາກິດສະຖານ ນັບຮ້ອຍຄົນໄດ້ຮ່ຳຮຽນບັນດາວິທີການ ແລະ ມາດຕະການຕ່າງໆ ເພື່ອແນໃສ່ສູ້ຮົບຕ້ານຄືນບັນດາພາກສ່ວນກໍ່ການຮ້າຍ. ບັ້ນຝຶກຊ້ອມນີ້ ແກ່ຍາວເປັນເວລາ 4 ອາທິດ.