ເຮືອບິນ F-4 ຂອງຕວກກີ
(ພາບ:xaluan.com)
( vovworld ) – ວັນທີ 24/6/2012, ອົງການນາໂຕໄດ້ປະກາດຈະຈັດການປະຊຸມດ່ວນໃນວັນທີ 26/6 ທີ່ຈຂະມາເຖິງ ເພື່ອພິຈາລະນາເຫດການເຮືອບິນສູ່ຮົບຂອງຕວກກີ ຖືກທະຫານຊີຣີ ຍິງຕົກ. ທ່ານ Ahmed Davutoglu ລັດຖະມົນຕີການຕ່າງປະເທດຕວກກີ ໃຫ້ຮູ້ວ່າ: ເຮືອບິນ F-4 ໄດ້ລະເມີດເຂດນ່ານຟ້າຊີຣີ ໃນໄລຍະເວລາສັ້ນໆ, ຫຼັງຈາກນັ້ນ ຂະນະທີ່ພວມບິນໃນເຂດນ່ານຟ້າສາກົນພັດຖືກຍິງຕົກ. ເຮືອບິນລຳດັ່ງກ່າວກຳລັງປະຕິບັດໜ້າທີ່ຝຶກຊ້ອມ, ດຳເນີນການກວດກາລະບົບ ຣາດາ ຫາກບໍ່ແມ່ນປະຕິບັດໜ້າທີ່ສອດແນມ. ທ່ານລັດຖະມົນຕີການຕ່າງປະເທດຕວກກີ ເວົ້າວ່າຈະນຳເຫດການນີ້ຂຶ້ນສານສາກົນ. ສ່ວນໂຄສົກກະຊວງການຕ່າງປະເທດຊີຣີ ພັດຢືນຢັນວ່າ ຊີຣີ ພຽງແຕ່ປະຕິບັດສິດປ້ອງກັນຕົວເອງ, ຫາກບໍ່ແມ່ນການກະທຳເກາະຜິດ. ກະຊວງການຕ່າງປະເທດຊີຣີ ປະກາດວ່າ: ເຮືອບິນ F-4 ຖືກຍິງຕົກໃນຂະນະທີ່ກຳລັງບິນໃນເຂດນ່ານຟ້ານຂອງຊີຣີ ແລະ ບິນຜ່ານເຂດນ່ານທະເລປະເທດນີ້ .