ນຳກົດໝາຍວ່າດ້ວຍທີ່ດິນກ້າວເຂົ້າສູ່ຊີວິດ

ນຳກົດໝາຍວ່າດ້ວຍທີ່ດິນກ້າວເຂົ້າສູ່ຊີວິດ - ảnh 1
ພາບປະກອບ

(vovworld) – ປີ 2014, ກົມ​ໃຫຍ່​ທີ່​ດິນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ສຸມ​ໃສ່​ກໍ່ສ້າງ​ບັນດາຮ່າງ​ເອກະ​ສານ​ແນະນຳການ​ປະຕິບັດ​ກົດໝາຍ​ທີ່​ດິນ (ສະບັບ​ປັບປຸງ) ​ແລະ ປັບປຸງ​ຮ່າງ​ມະຕິ​​ໂດຍ​ໄວບົນ​ພື້ນຖານ​ບັນດາ​ຄຳ​ເຫັນ​ປະກອບ​ຂອງ​ທ້ອງ​ຖີ່​ນຕ່າງໆ, ອົງການ​ທີ່​ກ່ຽວຂ້ອງ. ນີ້​ແມ່​ນ​ເນື້ອ​ໃນ​ກອງປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013 ​ແລະ ປຶ​ກສາ​ຫາລື​ກ່ຽວ​ກັບບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014 ຂອງ​ກົມ​ໃຫຍ່​ທີ່​ດິນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/1, ຢູ່ ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິ​ງກວາງ ​ເນັ້ນ​ໜັກ​ວ່າ​:

        “ໝາກຜົນ​ຂອງ​ປີ 2013 ບັນລຸ​ໄດ້​ແມ່ນ​ຕັ້ງໜ້າ​​ແລະ ສຳຄັນທີ່​ສຸດ  ​ແຕ່​ນີ້​ພຽງ​ແຕ່ແມ່ນ​ຜົນງານ​ໃນ​ເບື້ອງ​ຕົ້ນ. ໜ້າ​ທີ່​ວາງ​ອອກ​ສຳລັບ​ວຽກ​ງານ​ຄຸ້ມ​ຄ​ອງ​ແຫ່ງ​ລັດ​ກ່ຽວ​ກັບ​ທີ່​ດິນ​ປີ 2014 ​ແລະ ຊຸມ​ປີ​ຕໍ່​ໄປ​ຍັງ​ຄົງ​ໜັກໜ່ວງ​ຢູ່. ປະຈຸ​ບັນ, ບັນຫາ​ທີ່ປະຊາຊົນ​ເອົາ​ໃຈ​ໃສ່​ທີ່​ສຸດ​ນັ້ນແມ່ນ​ບັນຫາ​ຖອນ​​ເອົາທີ່​ດິນ​ຄືນ, ການຊົດ​ເຊີຍ​ໜູນ​ຊ່ວຍ​ການ​ຕັ້ງ​ຖິ່ນຖານ​​ຄົງ​ທີ່​ຄືນ​ໃໝ່, ລາຄາ​ທີ່​ດິນ.​.​.​, ນີ້​ແມ່ນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ, ພວກ​ເຮົາ​ຄວນ​ສຸມ​ໃສ່​ຄົ້ນ​ຄ້ວາ​ຢ່າງ​ລະອຽດ​ລະ​ອໍ​”

        ຕາມ​ການ​ຕີ​ລາຄາ​ທີ່​ກອງ​ປະຊຸມ, ປີ 2013, ກົມ​ໃຫຍ່​ຄຸ້ມ​ຄອງ​ທີ່​ດິນ​ໄດ້​ປະຕິບັດ​ບົດບາດ​ກໍ່ສ້າງ ​ແລະ ​ເປັນ​ເສນາ​ທິການ​ໃຫ້ການ​ນຳ​ກະຊວງ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ແລະ​ ລັດຖະບານ​ປະກາດ​ໃຊ້​​ກົດໝາຍ​ສຳຄັນຫຼາຍ​ສະບັບ​​ເພື​່​ອ​ແນ​ໃສ່​ຍົກ​ສູງ​ປະ​ສະສິ​ດທິຜົນ​ການ​ຄຸ້ມ​ຄອງ​ລັດ ​ໃນ​ຂົງ​ເຂດທີ່​ດິນ, ພິ​ເສດ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ເຊິ່ງ​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ມີ​ຜົນ​ສັດ​ສິດ​ນັບແຕ່​ວັນ​ທີ 1/7 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ