ນຳການພົວພັນຮ່ວມມື ຫວຽດນາມ, ກຳປູເຈຍ, ລາວ ໃຫ້ບັນລຸປະສິດທິຜົນ, ແທດຈິງກວ່າເກົ່າ

(VOVWORLD) - ທີ່ການພົບປະ, ນາຍົກລັດຖະມົນຕີ 3 ທ່ານເຫັນດີຮັກສາການພົບປະ 2 ຝ່າຍ ແລະ ພົບປະ 3 ຝ່າຍຂັ້ນສູງ ແລະ ທຸກຂັ້ນ, ທຸກຂະແໜງການຢ່າງເປັນປະຈຳ
ນຳການພົວພັນຮ່ວມມື ຫວຽດນາມ, ກຳປູເຈຍ, ລາວ ໃຫ້ບັນລຸປະສິດທິຜົນ, ແທດຈິງກວ່າເກົ່າ - ảnh 1(ທີ່ການພົບປະເຮັດວຽກນຳກັນ)

        ຕອນເຊົ້າວັນທີ 09 ຕຸລາ, ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ຢູ່ນະຄອນຫຼວງ ວຽງຈັນ, ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Thipadei Hun Manet ໄດ້ມີການພົບປະເຮັດວຽກນຳກັນ.

        ທີ່ການພົບປະ, ນາຍົກລັດຖະມົນຕີ 3 ທ່ານເຫັນດີຮັກສາການພົບປະ 2 ຝ່າຍ ແລະ ພົບປະ 3 ຝ່າຍຂັ້ນສູງ ແລະ ທຸກຂັ້ນ, ທຸກຂະແໜງການຢ່າງເປັນປະຈຳ; ເພີ່ມທະວີການພົວພັນແລກປ່ຽນລະຫວ່າງການນຳໜຸ່ມ ແລະ ຊາວໜຸ່ມ. ນາຍົກລັດຖະມົນຕີ 3 ທ່ານຖືວ່າ, ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 3 ປະເທດຕ້ອງມີບາດກ້າວພັດທະນາບຸກທະລຸຍຸດທະສາດ ເພື່ອສອດຄ່ອງກັບຂອບຂະໜາດການພົວພັນດ້ານການເມືອງ ແລະ ຄວາມສາມາດບົມຊ້ອນ, ທ່າແຮງຂອງແຕ່ລະປະເທດ. 3 ຝ່າຍຮັກສາຫຼັກການບໍ່ອະນຸຍາດໃຫ້ບັນດາກຳລັງທີ່ເປັນປໍລະປັກນຳໃຊ້ຜືນແຜ່ນດິນຂອງຂອງປະເທດນີ້ກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງຂອງປະເທດອື່ນ; ພ້ອມທັງເຫັນດີຈັດການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ແລະ ກອງປະຊຸມລັດຖະມົນຕີ ກຳປູເຈຍ - ລາວ - ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານອາຊະຍາກຳ. ນາຍົກລັດຖະມົນຕີ 3 ທ່ານເຫັນດີຊອກຫາມາດຕະການແກ້ໄຂການພັດທະນາບັນດາກົນໄກຮ່ວມມື 2 ຝ່າຍ, 3 ປະເທດຕາມທິດມີປະສິດທິຜົນ, ແທດຈິງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ