ນຳຄົນງານ 105.000 ຄົນໄປເຮັດວຽກຢູ່ຕ່າງປະເທດ
(ພາບປະກອບ: laodong.com.vn)
(vovworld) - ປີ 2017, ຫວຽດນາມ ໄດ້ວາງຄາດໝາຍນຳຄົນງານ 105.000 ຄົນໄປເຮັດວຽກຢູ່ຕ່າງປະເທດ. ເພື່ອບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ, ພ້ອມກັບການສຸມໃສ່ຮັກສາສະຖຽນລະພາບ ແລະ ບັນດາຕະຫຼາດທີ່ເປັນມູເຊື້ອ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ, ຈະເປີດກວ້າງຕະຫຼາດແຮງງານມີຄຸນນະພາບສູງ, ຜັນຂະຫຍາຍບັນດາມາດຕະການແກ້ໄຂເພື່ອນຳຄົນງານໄປເຮັດວຽກຢູ່ບັນດາຕະຫຼາດຈຸດສຸມແມ່ນ ໄຕຫວັນ (ຈີນ), ຍີ່ປຸ່ນ ແລະ ສ.ເກົາຫຼີ. ຄຽງຂ້າງນັ້ນຈະປະຕິບັດບັນດາສັນຍາ ແລະ ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານແຮງງານທີ່ໄດ້ລົງນາມກັບບັນດາປະເທດຄື: ໄທ, ລາວ, ອົດສະຕາລີ, ມາເລເຊຍ… ທ່ານຟ້າມວຽດເຮືອງ, ຮອງຫົວໜ້າກົມຄຸ້ມຄອງຄົນງານຕ່າງປະເທດໃຫ້ຮູ້ວ່າ.
“ໃນໄລຍະຜ່ານມາ, ຈຳນວນຄົນງານຂອງພວກເຮົາໄປເຮັດວຽກຢູ່ຕ່າງປະເທດສ່ວນຫຼາຍແມ່ນຄົນງານທົ່ວໄປ, ແຕ່ກໍ່ຄ່ອຍໆຍົກສູງອັດຕາຄົນງານທີ່ມີລະດັບຄວາມຮູ້, ມີສີມືແຮງງານ, ຍົກສູງຄຸນນະພາບການບຳລຸງສ້າງຄົນງານ, ໃນໄລຍະຈະມາເຖິງ ດ້ານໜຶ່ງພວກເຮົາຈະຍົກສູງຄຸນນະພາບຄົນງານໄປເຮັດວຽກຢູ່ຕ່າງປະເທດ, ດ້ານໜຶ່ງຂຸດຄົ້ນບັນດາຕະຫຼາດຕ້ອງການຄົນງານທີ່ມີລະກັບຄວາມຮູ້ສູງ.”