ນຳຄວາມເບີກບານມ່ວນຊື່ນເຖິງນັກຮຽນ, ນັກສຶກສາທຸກຍາກ

(VOVWORLD) - ລາຍການໄດ້ຮັບການຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂໃຫ້ເດັກນ້ອຍທຸກຍາກໄດ້ລະຫຼິ້ນເນື່ອງໃນໂອກາດວັນບຸນໄຫວ້ພະຈັນ; ລະດົມກຳລັງໃຈ

ວັນທີ 19 ກັນຍາ, ຢູ່ສູນປະຊຸມ ແລະ ວາງສະແດງແຂວງ ບີ່ງເຢືອງ, ສະພາອຸປະກະລະເດັກນ້ອຍແຂວງ ໄດ້ຈັດຕັ້ງລາຍການ “ວັນບຸນໄຫວ້ພະຈັນ ແລະ ມອບທຶນການສຶກສາໃຫ້ແກ່ນັກຮຽນ, ນັກສຶກສາບືນຕົວໃນການຮ່ຳຮຽນ, ເດັກນ້ອຍທຸກຍາກແຂວງ ບີ່ງເຢືອງ ຄັ້ງທີ 17 ປີ 2018”.

        ລາຍການໄດ້ຮັບການຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂໃຫ້ເດັກນ້ອຍທຸກຍາກໄດ້ລະຫຼິ້ນເນື່ອງໃນໂອກາດວັນບຸນໄຫວ້ພະຈັນ; ລະດົມກຳລັງໃຈ, ຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນ; ປະກອບສ່ວນໜູນຊ່ວຍການປະຕິບັດບັນດາສິດພື້ນຖານຂອງເດັກນ້ອຍ; ແມ່ນໂອກາດສະແດງຄວາມຮູ້ບຸນຄຸນບັນດານັກອຸປະຖຳໄດ້ຮ່ວມເດີນທາງພ້ອມກັບກອງທຶນ ອຸປະກະລະເດັກນ້ອຍຂອງແຂວງໃນໄລຍະຜ່ານມາ.

        ທີ່ລາຍການ, ກອງທຶນ ອຸປະກະລະເດັກນ້ອຍແຂວງບິ່ງເຢືອງ ໄດ້ມອບທຶນການສຶກສາ, ຂອງຂວັນ, ໜູນຊ່ວຍນັກຮຽນ, ນັກສຶກສາຜ່ານຜ່າຄວາມທຸກຍາກ, ລູກຫຼານຂອງກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງດ້ວຍຍອດມູນຄ່າເກືອບ 2 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ