ນຳວົງເງິນການຄ້າຫວຽດນາມ-ເບລາຣຸດຂຶ້ນເຖິງລະດັບ500ລ້ານUSDໃນຊຸມປີຈະມາເຖິງ

(VOVWORLD) -ຕອນເຊົ້າວັນທີ 27 ມິຖຸນາ, ທີ່ການເຈລະຈາ ລະຫວ່າງ ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ດຳເນີນ ພາຍຫລັງພິທີຕ້ອນຮັບທ່ານປະທານປະເທດ ເຈີນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງເປັນທາງການ, 

ນຳວົງເງິນການຄ້າຫວຽດນາມ-ເບລາຣຸດຂຶ້ນເຖິງລະດັບ500ລ້ານUSDໃນຊຸມປີຈະມາເຖິງ - ảnh 1 (ທ່ານປະທານປະເທດເຈີນດ້າຍກວາງ ແລະ

ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenk)

ການນຳທັງສອງທ່ານ ໄດ້ຢືນຢັນຄວາມຕັດສິນໃຈປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດ, ຕອບສະຫນອງຜົນປະໂຫຍດຂອງທັງສອງຝ່າຍ ພ້ອມກັນມານະພະຍາຍາມນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃຫມ່. ສອງຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບຫລາຍມາດຕະການລະອຽດ ເພື່ອນຳການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນໃຫ້ພັດທະນາກວ່າອີກ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 500 ລ້ານ USD ໃນສອງປີຈະມາເຖິງ ພ້ອມທັງຄົ້ນຄ້ວາເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ ຊື່ງສອງປະເທດມີຄວາມສາມາດບົ່ມຊ້ອນໃຫຍ່.

ທີ່ການປະຊຸມຂ່າວພາຍຫລັງການເຈລະຈາ, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ເນັ້ນຫນັກວ່າ ເບລາຣຸດ ຖືຫວຽດນາມ ແມ່ນຄູ່ຮ່ວມມືຍາວນານ, ສອງປະເທດບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ, ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ: ທີ່ການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເພື່ອແນໃສ່ຊຸກຍູ້ການແລກປ່ຽນດ້ານການຄ້າສອງຝ່າຍ, ເປີດກວ້າງການຮ່ວມມືລົງທຶນລະຫວ່າງສອງປະເທດໃນຊຸມປີຈະມາເຖິງ.

        “ສອງຝ່າຍເຫັນດີ ສືບຕໍ່ສົມທົບກັນຜັນຂະຫຍາຍໂຄງການຮ່ວມມືລະຫວ່າງຫວຽດນາມ ແລະ ເບລາຣຸດໃນບັນດາຂົງເຂດເສດຖະກິດ, ວິທະຍາສາດ, ການສຶກສາ ແລະ ວັດທະນະທຳໄລຍະ 2016 2018, ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານ, ຕັ້ງຫນ້າຫນູນຊ່ວຍການເຄື່ອນໄຫວສົ່ງອອກ ນຳເຂົ້າສິນຄ້າ, ຊຸກຍູ້ການຄ້າ ການລົງທຶນລະຫວ່າງສອງປະເທດ, ເປີດກວ້າງການຮ່ວມມືໃນຂົງເຂດອຸດສາຫະກຳ.”

        ທ່ານປະທານປະເທດ ເຈີນດ້າຍກວາງ ເຊື່ອໝັ້ນວ່າ ການພົວພັນລະຫວ່າງຫວຽດນາມ ແລະ ເບລາຣຸດ ຈະມີບັນດາບາດກ້າວພັດທະນາຢ່າງຕັ້ງຫນ້າ, ມີປະສິດທິຜົນກວ່າໃນບັນດາຂົງເຂດ, ເປັນພື້ນຖານໝັ້ນຄົງນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃຫມ່.

ຖະແຫຼງການຮ່ວມຫວຽດນາມ-ເບລາຣຸດເນື່ອງໃນໂອກາດການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມ

        ສິ້ນສຸດການຢຽມຢາມເບລາຣຸດ ຢ່າງເປັນທາງການ ຫວຽດນາມ ແລະ ເບລາຣຸດ ໄດ້ອອກຖະແຫຼງການຮ່ວມ. ໃນນັ້ນ, 2 ຝ່າຍໄດ້ລົງນາມໃນຖະແຫຼງການຮ່ວມສະແດງທັດສະນະເຊັ່ນດຽວກັນກ່ຽວກັບບັນດາບັນຫາ 2 ຝ່າຍ ແລະ ສາກົນ, ຢືນຢັນແນວທາງສະເໝີຕົ້ນສະເໝີປາຍປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສ.ເບລາຣຸດ. 2 ຝ່າຍໄດ້ຢືນຢັນຄວາມປາດຖະໜາຢາກພ້ອມກັນເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ; ກະສິກຳ, ອຸດສາຫະກຳເບົ່າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ທະນາຄານ ແລະ ບັນດາຂົງເຂດເສດຖະກິດອື່ນໆ; 2 ຝ່າຍສະແດງເລື່ອງພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນໃນຂອບເຂດບັນດາອົງການຈັດຕັ້ງສາກົນ.    2 ຝ່າຍຢືນຢັນການສະໜັບສະໜູນເລື່ອງແກ້ໄຂການຂັດແຍ້ງຜືນແຜ່ນດິນ, ໃນນັ້ນມີການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ດ້ວຍການເຂົ້າຮ່ວມຂອງທຸກໆຝ່າຍທີ່ກ່ຽວຂ້ອງ ແລະ ຊົມເຊີຍບັນດາຄວາມມານະພະຍາຍາມເພື່ອຮຽບຮຽງ ແລະ ຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

        2 ຝ່າຍຖະແຫຼງສະໜັບສະໜູນນະໂຍບາຍຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະ ເບລາຣຸດ. ຝ່າຍຫວຽດນາມ ຢືນຢັນພ້ອມແລ້ວທີ່ຈະສະໜັບສະໜູບຄວາມປາດຖະນາຂອງເບລາຣຸດ ປັບປຸງການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຝ່າຍເບລາຣຸດ ສະແດງເລື່ອງພ້ອມແລ້ວຈະໜູນຊ່ວຍຫວຽດນາມ ພັດທະນາຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດສະມາຊິກພັນທະມິດເສດຖະກິດອາຊີ - ເອີລົບ ແລະ ປະຊາຄົມບັນດາປະເທດເອກະລາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ