ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ 130 ຄົນ ຢູ່​ມາ​ເລ​ເຊຍ ແລະ ບາງ ປະ​ເທດ ອາ​ຟີຼກ​ກາ ກັ​ມ​ມາ​ປະ​ເທດ

(VOVWORLD) -ພາຍຫຼັງ ເຮືອບິນ ລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ບັນດາຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ນຳໄປແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.
ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ 130 ຄົນ ຢູ່​ມາ​ເລ​ເຊຍ ແລະ ບາງ ປະ​ເທດ ອາ​ຟີຼກ​ກາ ກັ​ມ​ມາ​ປະ​ເທດ - ảnh 1ພາຍຫຼັງ ເຮືອບິນ ລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ບັນດາຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ນຳໄປແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ (ພາບ: baoquocte.vn)

ໃນລະຫວ່າງ ວັນທີ 24 ຫາ 25 ມິຖຸນາ ປີ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິບຊອບ, ສະຖານທູດຫວຽດນາມ ປະຈຳ ນີເຊເຣຍ (ທັງຮັບຜິດຊອບ ປະເທດ ກາເມີີຣູນ), ສະຖານທູດຫວຽດນາມ ປະຈຳ ມາເລເຊຍ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິບຊອບຂອງປະເທດປະຈຳຖິ່ນ, ບໍລິສັດການບິນແຫ່ງຊາດ ເອທີໂອເປຍ ໄດ້ນຳສົ່ງພົນລະເມືອງຫວຽດນາມ 130 ຄົນຈາກປະເທດ ນີເຊເຣຍ, ກາເມີຣູນ ແລະ ມາເລເຊຍກັບມາປະເທດຢ່າງປອດໄພ.

         ພາຍຫຼັງ ເຮືອບິນ ລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ບັນດາຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ນຳໄປແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.

        ໂດຍປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ, ໃນໄລຍະທີ່ຈະມາເຖິງ, ບົນພື້ນຖານການຜັນແປຂອງໂລກລະບາດທັງຢູ່ພາຍໃນປະເທດ ແລະ ສາກົນ, ຕາມຄວາມມຸ່ງມາດປາດຖະໜາຢາກກັບມາປະເທດຂອງພົນລະເມືອງ ແລະ ຄວາມອາດສາມາດໃນການແຍກຕົວຂອງບັນດາທ້ອງຖິ່ນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມປະຈຳຢູ່ຕ່າງປະເທດ ແລະ ບັນດາບໍລິສັດການບິນພາຍໃນປະເທດຈະສືບຕໍ່ປະຕິບັດບັນດາຖ້ຽວບິນນຳສົ່ງພົນລະເມືອງທີ່ຖືກຕິດຄ້າງຢູ່ຕ່າງປະເທດຍ້ອນໂລກລະບາດ ກັບມາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ