ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ຈາກ​ອາ​ເມ​ລິ​ກາ ແລະ ສິງ​ກະ​ໂປ​ກັບ​ຄືນ​ປະ​ເທດ

(VOVWORLD) -ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ດ່ານັ້ງ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ຈາກ​ອາ​ເມ​ລິ​ກາ ແລະ ສິງ​ກະ​ໂປ​ກັບ​ຄືນ​ປະ​ເທດ - ảnh 1ພາບປະກອບ:  nld.com.vn 

ໃນລະຫວ່າງວັນທີ 6 – 7 ທັນວາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມປະຈຳ ອາເມລິກາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບປະເທດປະຈຳຖິ່ນ ໄດ້ນຳສົ່ງພົນລະເມືອງຫວຽດນາມ ເກືອບ 360 ຄົນ ກັບຄືນປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ດ່ານັ້ງ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ແລະກໍ່ໃນວັນທີ ວັນທີ 7 ທັນວາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມ, ສະຖານທູດ ຫວຽດນາມປະຈຳ ສິງກະໂປ ແລະ ບໍລິສັດການບິນ Pacific Airlines ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ສິງກະໂປ ປະຕິບັດ 2 ຖ້ຽວບິນເພື່ອນຳສົ່ງພົນລະເມືອງ ຫວຽດນາມກ່ວາ 240 ຄົນ ຈາກສິງກະໂປກັບຄືນປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດກໍ່ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ໃນຂະນະນັ້ນ, ຕອນເຊົ້າວັນທີ 7 ທັນວາ, ສູນຄວບຄຸມພະຍາດ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ບັນດາແບບຢ່າງວິໄຈ້ຫາເຊື້ອ ລ້ວນແຕ່ອອກຜົນເປັນລົບ ກັບເຊື້ອພະຍາດ ໂຄວິດ - 19. ແຕ່ວັນທີ 2 ທັນວາ ມາຮອດປັດຈຸບັນ, ໄດ້4ມື້ແລ້ວ ທີ່ ນະຄອນໂຮ່ຈີມິນບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ