ນຳສົ່ງພົນລະເມືອງຫວຽດນາມ ຈາກຍີ່ປຸ່ນ ກັບມາປະເທດ

(VOVWORLD) -ບັນດາຜູ້ໂດຍສານໃນຖ້ຽວບິນທັງໝົດໄດ້ປະຕິບັດການກວດສຸຂະພາບ ແລະ ແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.

ວັນທີ 28 ກໍລະກົດ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຍີ່ປຸ່ນ ຈັດຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກຍີ່ປຸ່ນ ກັບມາປະເທດໂດຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນເຍິ໊ດ, ບັນດາຜູ້ໂດຍສານໃນຖ້ຽວບິນທັງໝົດໄດ້ປະຕິບັດການກວດສຸຂະພາບ ແລະ ແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.

ນຳສົ່ງພົນລະເມືອງຫວຽດນາມ ຈາກຍີ່ປຸ່ນ ກັບມາປະເທດ - ảnh 1 ນໍາສົ່ງພົນລະເມືອງຫວຽດນາມ ອາໄສຢູ່ ບຣູໄນເກືອບ 180 ຄົນ ກັບເມືອປະເທດ (ພາບ:VOV)

ວັນທີີ 29 ກໍລະກົດ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ສະຖານທູດ ຫວຽດນາມ ປະຈໍາ ບຣູໄນ, ບໍລິສັດ Lilama ແລະ ບໍລິສັດການບິນ VietJet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ບຣູໄນ ນໍາສົ່ງພົນລະເມືອງຫວຽດນາມ ອາໄສຢູ່ ບຣູໄນເກືອບ 180 ຄົນ ກັບເມືອປະເທດ.

ແລະກໍໃນວັນດຽວກັນ, ກໍໄດ້ນໍາສົ່ງພົນລະເມືອງຫວຽດນາມ ອາໄສຢູ່ ອິນໂດເນເຊຍກວ່າ 210 ຄົນກັບເມືອປະເທດຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ