ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ
ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ
(ພາບ: HD)
(vovworld) - ວັນທີ 16/3, ບໍລິສັດພັດທະນາສວນສາທາລະນະຊອບແວ ກວາງຈູງ ຈຳກັດ (QTSC) ຈັດຕັ້ງພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ. ເຂົ້າຮ່ວມມີທ່ານ ຫງວຽນທ້ຽນເຍິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2001, QTSC ກາຍເປັນສວນສາທາລະນະຊອບແວແຫ່ງທຳອິດ ແລະ ປະສົບຜົນສຳເລັດທີ່ສຸດຢູ່ຫວຽດນາມ. ໃນໄລຍະ 2001-2015, ຍອດເງິນລົງທຶນຈາກງົບປະມານແຫ່ງລັດໃຫ້ QTSC ແມ່ນ 250 ຕື້ດົ່ງ.
ທີ່ພິທີ, ທ່ານ ຫງວຽນທ້ຽນເຍິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເນັ້ນໜັກວ່າ, QTSC ຄວນສຸມໃສ່ເຮັດວຽກງານກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີ ຕາມຄວາມຕ້ອງການ, ພົວພັນກັບບັນດາຫົວໜ່ວຍກໍ່ສ້າງເພື່ອມີຊັບພະຍາກອນມະນຸດຮັບໃຊ້ໃຫ້ບັນດາວິສາຫະກິດເຂົ້າມາລົງທຶນຢ່າງພຽງພໍ; ສືບຕໍ່ຍູ້ແຮງການກໍ່ສ້າງວິສາຫະກິດໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ; ແລະ ພ້ອມກັບບັນດາຫົວໜ່ວຍກ່ຽວຂ້ອງຜັນຂະຫຍາຍການກໍ່ສ້າງລະບົບສວນສາທາ ລະນະຊອບແວ ກວາງຈູງ, ປະຕິບັດການມອບສົ່ງເຕັກໂນໂລຢີ, ກົນໄກຄຸ້ມຄອງໃຫ້ທ້ອງຖີ່ນຕ່າງໆໃນລະບົບ, ເພື່ອໃຫ້ຫົວໜ່ວຍທີ່ຫາກໍ່ໄດ້ຮັບການສ້າງຕັ້ງ ສາມາດນຳໃຊ້ຮູບແບບຄຸ້ມຄອງ, ເຕັກໂນໂລຢີທີ່ຖອດຖອນມາໄດ້ຈາກພຶດຕິກຳຕົວຈິງ 15 ປີ.