ບັກນິງ ໄຂງານບຸນລິມປີ 2017

ບັກນິງ ໄຂງານບຸນລິມປີ 2017 - ảnh 1
(ພາບປະກອບ)

(vovworld) – ​​ ​ເມື່ອ​ລະດູບານ​ໃໝ່​ວຽນມາ ​ໃນວັນ​ທີ 12 ​ເດືອນ​ຈຽງ​​ຕາມ​ຈັນທະ​ປະຕິທິນ, ງານ​ບຸນລິ​ມ (​ເມືອງ ຕຽນ​ຢູ, ​ແຂວງ ບັກ​ນິງ) ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ປີ​ນີ້ ​ແຂກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນລິ​ມທ່ອງ​ທ່ຽວ ​ແລະ ​ຟັງ​ຂັບ​ກວານຫໍ້. ງານ​ບຸນ​ລິ​ມ​ໃນ​ປີ​ນີ້ ​ໄດ້​ຈັດ​ຕັ້ງ​ໃນ​ລະ​ຫວ່າງ​ວັນ​ທີ 08 – 09/02/2017 (ໝາຍ​ເຖິງ​ວັນ​ທີ 12, 13 ​ເດືອນ​ຈຽງ​) ຢູ່ 3 ຕາ​ແສງ​ຂຶ້ນ​ກັບ​ແຂ​ວງ ບັກ​ນິງ. ທ່ານ ຫງວຽນ​ແມ້ງ​ຮຸ່ງ ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ງານ​ບຸນ​ລິ​ມ 2017 ​ໃຫ້​ຮູ້​ວ່າ:

        “ຈຸດພິ​ເສດໃນ​ປີ​ນີ້​ແມ່ນສະໜາມ​ຫລວງ​ໂນນ​ລິ​ມ ຖືກ​ນຳ​ເຂົ້າ​ໃຊ້​ການຢ່າງ​ໃຫຍ່​ໂຕ​ສວຍ​ງານ, ​ໃນນັ້ນມີຮ້ານ​ຂັບ​ກວານ​ຫໍ້ 4 ​ແຫ່ງ ​ແລະ ຕູບ​ຂັບ​ກວານ​ຫໍ້​ໜຶ່ງ​ແຫ່ງ ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ. ຕອນ​ຕ່ຳ​ວັນ​ທີ 12 ​​ເດືອນ​ຈຽງ ໂຮງ​ລະຄອນຂັບ​ກວາ​ນ​ເຫາະ​ ບັກ​ນິງ ຈະ​ມາສະ​ແດງ, ຕອ​ນຄ່ຳ​ວັນ​ທີ 13 ເດືອນ​ຈຽງ​ໂຮງຮຽນ​ຊັ້ນ​ກາງ​ວັດທະນະທຳ​ສິລະ​ປະ​ແຂວງ ຈະ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສິລະ​ປະ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າຍັງ​ຈັດການ​ຂັບ​ກວານ​ຫໍ້​ພື້ນ​ເມືອງ​ຢູ່​ເຮືອນ​ຂອງ​ນັກ​ສິລະ​ປະ 10 ​ແຫ່ງ​ອີກ​ ”

        ​ເຂົ້າ​ຮ່ວມ​ງານ​ບຸນ​ໃນ​ປີ​ນີ້, ​ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ລະ​ຫຼີ້ນພື້ນ​ເມືອງ​ອີກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ