(vovworld) - ໃນລະຫວ່າງວັນທີ 08 – 09/04, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບິ່ງດິ້ງ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ ແລະ ວຽກງານກໍ່ສ້າງຊົນນະບົດໃໝ່ໃນໄລຍະຜ່ານມາ ແລະ ໜ້າທີ່ໃນໄລຍະຈະມາເຖິງ. ທ່ານເລຮົ່ງແອງ ຕັກເຕືອນວ່າ ແຂວງ ບິ່ງດິ້ງ ຕ້ອງລະດົມແຫຼ່ງຊັບພະຍາກອນມະນຸດຢ່າງສູງສຸດໃຫ້ແກ່ການລົງທຶນພັດທະນາພື້ນຖານໂຄງລ່າງໃນການກໍ່ສ້າງຊົນນະບົດໃໝ່; ນຳໃຊ້ວິທະຍາສາດເຕັກນິກທີ່ກ້າວໜ້າເຂົ້າໃນການຜະລິດ, ຍົກສູງປະສິດທິຜົນດ້ານເສດຖະກິດ; ຍູ້ແຮງການພັດທະນາບັນດາຂະແໜງຜະລິດອຸດສາຫະກຳທີ່ມີທ່າແຮງ ແລະ ກະກຽມເງື່ອນໄຂເພື່ອດຶງດູດການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດເປັນຢ່າງດີ. ພ້ອມກັບການຮັບປະກັນຊີວິດສັງຄົມ, ໂດຍສະເພາະແມ່ນເປົ້າໝາຍນະໂຍບາຍ, ຊາວຊົນເຜົ່າເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດເພື່ອສ້າງວຽກເຮັດງານທຳ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ແຂວງບິ່ງດິ້ງ ຕ້ອງປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດເພື່ອຮັກສາສະຖຽນລະພາບທາງດ້ານການເມືອງຄວາມເປັນລະປຽບຮຽບຮ້ອຍທາງສັງຄົມ, ເພີ່ມທະວີວຽກງານກໍ່ສ້າງພັກ; ສືບຕໍ່ຜັນຂະຫຍາຍ ແລະ ນຳມະຕິຂອງພັກລົງເລິກໃນຊີວິດຕົວຈິງ.