ບົດປະພັນວັນນະຄະດີຂອງບັນດານັກປະພັນຫວຽດນາມ ແມ່ນແຫຼ່ງລະດົມ ກຳລັງໃຈໃຫ້ແກ່ປະຊາຊົນລາວ

ບົດປະພັນວັນນະຄະດີຂອງບັນດານັກປະພັນຫວຽດນາມ ແມ່ນແຫຼ່ງລະດົມ ກຳລັງໃຈໃຫ້ແກ່ປະຊາຊົນລາວ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ລາວ ອາຊ່າ​ງ ລາວ​ລີ
​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມນັກ​ປະພັນ​ ຫວຽດນາມ
(ພາບ: vietnamplus.vn)

(vovworld) -     ​ ວັນ​ທີ 27/12, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ລາວ ອາຊ່າ​ງ ລາວ​ລີ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມນັກ​ປະພັນ​ ຫວຽດນາມ ​​ໂດຍ​ນັກ​ກະວີ ຫິວທິງ, ປະທານ​ສະມາຄົມ, ນຳ​ໜ້າພວມ​ທຳ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ລາວ ​ໃນ​ລະຫວ່າງ​ວັນ​ທີ 25 – 27/12. ທີ່​ການ​ຕ້ອນຮັບ, ນັກ​ກະວີ ຫິວ​ທິງ ຢືນຢັນ​ວ່າ ​ໃນ​ປີ 2013, ສະມາຄົມ​ນັກ​ປະພັນ​ ຫວຽດນາມ ​ແລະ ລາວ ຈະ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງຮອບດ້ານ, ສູ້​ຊົນຮຽບຮຽງ​ປື້​ມ​ເລື່ອງ​ສັ້ນ ​ແລະ  ບົດ​ບັນທຶກກ່ຽວ​ກັບປະ​ເທດ​ລາວ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ນັກ​ປະພັນ​ລົງ​ທັດສະນະຕົວ​ຈິງ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ຂຽນ ​ແລະ ການ​ແປ ກໍ​ຄື​ວຽກ​ງານ​ຄຸ້ມ​ຄອງ​ຂອງ​ສະມາຄົມ ​ປະກອບສ່ວນ​​ເພີ່ມ​ພູນ​ຄູນ​ສ້າງສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ອາຊາ​ງ ລາວ​ລີ ຢືນຢັນ​ວ່າ ບັນດາ​ບົດ​ປະພັນວັນນະ​ຄະດີ​ຂອງ​ນັກ​ປະພັນ​ຫວຽດນາມ ທີ່​ຂຽນ​ກ່ຽວ​ກັບປະ​ເທດ​ລາວ​ ແມ່ນຊັບ​ສົມບັດ​ອັນລ້ຳ​ຄ່າ, ບໍ່​ພຽງ​ແຕ່​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່​ລະຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​​ແຫຼ່ງລະດົມ​ກຳລັງ​ໃຈ​​ເພື່ອໃຫ້​​ປະຊາຊົນ​ເຊື່ອ​ໝັ້ນ​ຕໍ່​ຊີວິດກວ່າ​ອີກ, ສູ້​ຊົນ​ສ້າງປະ​ເທດ​ຊາດ​ໃຫ້ຈະ​ເລີນຮຸ່ງ​ເຮືອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວັງ​ວ່າ ບັນດາ​ນັກ​ປະພັນ​ຂອງ​ສອງ​ປະ​ເທດ ຈະສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື ​ເພື່ອ​ໃຫ້​ມີບັນດາ​ບົດ​ປະພັນ​ທີ່​ດີ, ພ້ອມ​ກັນ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ