ບັ້ນ “Save The Ocean” ສ້າງກອງທຶນອະນຸລັກຮັກສາສະພາບແວດລ້ອມດຳລົງຊີວິດຂອງ ເຕົ່າທະເລ
(VOVWORLD) - ບັນດາຜູ້ແທນໄດ້ຢ້ຽມຊົມ, ຊອກຮູ້ກ່ຽວກັບການເຄື່ອນໄຫວອະນຸລັກຮັກສາເຕົ່າທະເລ ຢູ່ ຮ່ອນໄບແກ້ງ, ຫຼັງຈາກນັ້ນ ໄດ້ພ້ອມກັບກຳລັງ ກວດກາປ່າໄມ້ - ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ກົນດາວ ປະຕິບັດການປ່ອຍເຕົ່ານ້ອຍອອກສູ່ທະເລ.
ບັນດາຜູ້ແທນເຂົ້າຮ່ວມກິດຈະກຳ ປ່ອຍເຕົ່ານ້ອຍອອກສູ່ທະເລ (ພາບ: TTXVN) |
ວັນທີ 8 ພະຈິກ, ຢູ່ເຂດຫາດຊາຍທະເລ ກ໊າດເລິນ - ຮ່ອນໄບແກ້ງ, ບ່າເຣ້ຍ - ຫວູງເຕົ່າ, ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ກົນດາວ ໄດ້ສົມທົບກັບລະບົບ ສັບພະສິນຄ້າ ຫີບ ແລະ ກະເປົ້າເດີນທາງ MIA.vn ປຸກລະດົມບັ້ນຍຸດທະສາດ “Save The Ocean” ເພື່ອແນໃສ່ສ້າງກອງທຶນອະນຸລັກຮັກສາສະພາບແວດລ້ອມການດຳລົງຊີວິດຂອງ ເຕົ່າທະເລ, ພ້ອມທັງແຜ່ກະຈາຍສານ ມຸ່ງໄປເຖິງອະນາຄົດພັດທະນາລະບົບນິເວດ ເຕົ່າທະເລແບບຍືນຍົງ.
ທີ່ລາຍການ, ບັນດາຜູ້ແທນໄດ້ຢ້ຽມຊົມ, ຊອກຮູ້ກ່ຽວກັບການເຄື່ອນໄຫວອະນຸລັກຮັກສາເຕົ່າທະເລ ຢູ່ ຮ່ອນໄບແກ້ງ, ຫຼັງຈາກນັ້ນ ໄດ້ພ້ອມກັບກຳລັງ ກວດກາປ່າໄມ້ - ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ກົນດາວ ປະຕິບັດການປ່ອຍເຕົ່ານ້ອຍອອກສູ່ທະເລ. ການເຄື່ອນໄຫວດັ່ງກ່າວໄດ້ ປະກອບສ່ວນເຂົ້າໃນການໂຄສະນາ, ຍົກສູງສະຕິຄວາມຮັບຜິດຊອບຂອງແຕ່ລະຄົນ ໃນການຮ່ວມແຮງຮ່ວມໃຈອະນຸລັກຮັກສາເຕົ່າທະເລເວົ້າສະເພາະ, ອະນຸລັກຮັກສາ ສະພາບແວດລ້ອມແຫ່ງການດຳລົງຊີວິດຂອງ ເຕົ່າເວົ້າລວມ.