ບຸນກາລີ ຖືຫວຽດນາມ ແມ່ນຄູ່ຮ່ວມມື ສຳຄັນຂອງບຸນກາລີ ຢູ່ອາຊີ

ບຸນກາລີ ຖືຫວຽດນາມ ແມ່ນຄູ່ຮ່ວມມື ສຳຄັນຂອງບຸນກາລີ ຢູ່ອາຊີ - ảnh 1
(ພາບຈາກ: secviet.cz)

(vovworld) -     ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະ​ຈຳ ບຸນ​ກາລີ Le Duc Luu ຫາ​ກໍ​ຍື່ນ​ສານ​ມອບ​ໝາຍ​ໜ້າ​ທີ່​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ​ໃຫ້​ທ່ານ​ປະທານາທິບໍດີ​ບຸນ​ກາລີ Rosen Plevneliev. ທີ່​ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ​ຫວຽດນາມ Le Duc Luu, ທ່ານ ປະທານາທິບໍດີ​ບຸນ​ກາລີ Rosen Plevneliev ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ບຸນ​ກາລີ ກໍ​ຖື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ເຊິ່ງ ພວມ​ໄດ້​ຮັບ​ການພັດທະນາ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສອງ​ຊາດ​ເປັນ​ສຳຄັນ, ພ້ອມ​ກັນ​ນັ້ນກໍ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ​ບຸນ​ກາລີ ຢູ່​ອາຊີ. ທ່ານ​ປະທານາທິບໍດີ ບຸ​ກາລີ ຫວັງ​ວ່າ​ຈະ​ໄປ​ຢ້ຽມຢາມ​ຫວຽດນາມ ​​ໃນ​ໄລຍະ​ອັນ​ໃກ້ໆ​ນີ້ ​ແລະ ​ເຊື່ອ​ໝັ້ນ​ວ່າ ສ​ອງປະ​ເທດ​ຈະ​ຮ່ວມ​ມື​ຊຸກຍູ້​ການ​ພົວພັນ​ໃນ​ຫຼາຍ​ຂົງ​ເຂດ​ຄື ​ເສດຖະກິດ, ການ​ຄ້າ, ສາທາລະນະ​ສຸກ, ການ​ສຶກສາ, ວັດທະນະທຳ, ການທ່ອງທ່ຽວ… ກໍ​ຄື​ສົມທົບ​ກັນ​ບົນ​ເວທີ​ປາ​ໄສ​ສາກົນ ​ແລະ ຢູ່​ສະຫະ​ປະຊາ​ຊາດ ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ