(ບັນຍາກາດຕ້ອນຮັບບຸນຄຼິດສະມາດ)
(vovworld) - ຕອນຄຳ່ວັນທີ 24/12, ຊາວນະຄອນຫຼວງຮ່າໂນ້ຍ ໄດ້ລັ່ງໄຫຼກັນມາໂບດແຫ່ງຕ່າງໆ ກໍ່ຄືສະຖານທີ່ລະຫຼິ້ນບັນເທີງເພື່ອຕ້ອນຮັບ ບຸນຄຼິດສະມາດ. ບັນດາໂບດໃຫຍ່ຢູ່ຮ່າໂນ້ຍ ເຊັ່ນ: ໂບດເລີ໋ນ (ໂບດໃຫຍ່), ໂບດທັງລອງ, ໂບດທ໋່າຍຮ່າ… ມີແຂກທ່ອງທ່ຽວ ແລະ ປະຊາຊົນມາເປັນຈຳນວນຫຼວງຫຼາຍ. ເອື້ອຍ ເລຖູ່ຍຢູງ, ຢູ່ຕາແສງດິ້ງກົງ, ເມືອງຮ່ວາງມາຍ, ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ເມື່ອຍາມທ້າຍປີວຽນມາ, ໃນບັນຍາກາດ ບຸນຄຼິດສະມາດ, ຂ້າພະເຈົ້າຮູ້ສຶກມ່ວນຫຼາຍຍ້ອນໄດ້ເຂົ້າໂບດ, ຟັງບົດສູດ, ສຽງລະຄັງ. ປີນີ້ແມ່ນປີທຳອິດທີ່ຂ້າພະເຈົ້າພາລູກເຂົ້າໂບດເພື່ອໃຫ້ຫຼານຮູ້ບັນຍາກາດຂອງ ບຸນຄຼິດສະມາດ . ຂ້າພະເຈົ້າເຫັນວ່າ ບຸນຄຼິດສະມາດ ປີນີ້ມ່ວນຫຼາຍ, ໂບດເລີ໋ນໄດ້ຮັບການປະດັບປະດາສວຍງາມທີ່ສຸດ.“
ຢູ່ນະຄອນ ໂຮ່ຈີມິນ, ຊາວນະຄອນພ້ອມກັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບພັນຄົນ ໄດ້ພາກັນມາເຕົ້າໂຮມຢູ່ເຂດໃຈກາງນະຄອນ ເພື່ອຊົມໃຊ້ບັນຍາກາດ ບຸນຄຼິດສະມາດ. ບັນດາໂບດໃຫຍ່, ເຂດຊາວຄຼິດຢູ່ເມືອງ ຖູດຶກ, ເມືອງເຕິນຟູ໋, ເມືອງ ກໍ່ເວິບ ຫຼືເມືອງ 8 ກໍ່ດຶງດູດປະຊາຊົນເປັນຈຳນວນຫຼວງຫຼາຍມາທຳພິທີ ແລະ ລະຫຼິ້ນ. ບໍ່ພຽງແຕ່ຊາວນະຄອນເທົ່ານັ້ນ, ຫາກນັກທ່ອງທ່ຽວຕ່າງປະເທດຫຼາຍຄົນກໍ່ຮູ້ສຶກນິຍົມເມື່ອເຂົ້າຮ່ວມບັນຍາກາດຕ້ອນຮັບ ບຸນຄຼິດສະມາດ ຢູ່ນະຄອນ ໂຮ່ຈີມິນ ອີກ. ອ້າຍ Chris Murdock, ນັກທ່ອງທ່ຽວມາຈາກ Scotland, ແບ່ງປັນວ່າ:
“ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຕ້ອນຮັບ ບຸນຄຼິດສະມາດ ຢູ່ຫວຽດນາມ. ຂ້າພະເຈົ້າຮູ້ສຶກມີຄວາມຜາສຸກທີ່ສຸດ, ງານບຸນຄຼິດສະມາດ ເຕັມໄປດ້ວຍຄວາມອົບອຸ່ນ. ຂ້າພະເຈົ້າຂໍອວຍພອນໃຫ້ທຸກຄົນໄດ້ຕ້ອນຮັບ ບຸນຄຼິດສະມາດ ໃນຄວາມສະຫົງບສຸກ ແລະ ເບີກບານມ່ວນຊື່ນ“.