(VOV World) ບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດຂອງປະຊາຊົນຫວຽດນາມໃນທຸກແຫ່ງຫົນແມ່ນຟົດຟື້ນມ່ວນຊື່ນທີ່ສຸດ. ຕອນຄ່ຳວັນທີ 22/1 ຢູ່ນະຄອນ ເຊີນລາ, ແຂວງ ເຊີນລາ, ທາງພາກເໜືອຫວຽດນາມ, ປະຊາຊົນບັນດາເຜົ່າໄດ້ພາກັນລົງຖະໜົນຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ດ້ວຍການຍິງບັ້ງໄຟດອກຢູ່ເຂດໃຈກາງນະຄອນ. ອ້າຍຫງວຽນມິງຮ່ຽນ, ຊາວນະຄອນ ລ້າງເຊີນ, ເວົ້າວ່າ:
”ປີໃດຂ້າພະເຈົ້າກໍ່ພາລູກໄປທ່ຽວຢູ່ທີ່ນີ້. ຂ້າພະເຈົ້າເຫັນວ່າບັນຍາກາດຢູ່ກາງແຈ້ງມ່ວນຊື່ນທີ່ສຸດ. ຂ້າພະເຈົ້າຫວັງວ່າ, ປີໃໝ່ທຸກຄົນຈະໄດ້ຮັບທຸກສິ່ງທຸກຢ່າງທີ່ດີກວ່າເກົ່າ”.
ສ່ວນຢູ່ແຂວງ ດ້ຽນບຽນ, ທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ບັນຍາກາດຕ້ອນຮັບບຸນປີໃໝ່ກໍ່ມີຄວາມຟົດຟື້ນຍິ່ງທີ່ສຸດ. ຊາວ ດ້ຽນບຽນ ແຕ່ລະຄົນລ້ວນແຕ່ພາກພູມໃຈຕໍ່ບັນດາຜົນງານເຊິ່ງທາງແຂວງ ດ້ຽນບຽນບັນລຸໄດ້, ແລະ ເຊື່ອໝັ້ນວ່າ ປີໃໝ່ຈະໄດ້ຮັບຜົນງານທີ່ສຳຄັນກວ່າເກົ່າ. ລູງ ເລວັນຮ໋ຽວ, ໄດ້ເວົ້າວ່າ:
”ທາງແຂວງໄດ້ຈັດລາຍການຍິງບັ້ງໄຟດອກ, ປະຊາຊົນໄປຊົມຫຼາຍທີ່ສຸດ, ຜູ້ໃດກໍ່ຣູ້ສຶກພາກພູມໃຈ. ກ້າວເຂົ້າສູ່ປີໃໝ່, ຫວັງວ່າ ສັງຄົມພັດທະນາ ເພື່ອໃຫ້ປະຊາຊົນບືນຕົວຂຶ້ນໃນຊີວິດການເປັນຢູ່ ແລະເຊື່ອມໂຍງເຂົ້າກັບປະຊາຄົມໂລກ”
ສ່ວນຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ, ທາງພາກກາງຫວຽດນາມ, ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງໂຄມໄຟ, ຄຳກ່ອນບຸນເຕັດ, ກໍ່ຄືການລະຫຼິ້ນພື້ນເມືອງຕ່າງໆ. ນັບແຕ່ຫຼາຍປີມານີ້, ໂຮ້ຍອານໄດ້ກາຍເປັນສະຖານທີ່ທີ່ຈັບອົບຈັບໃຈນັບທັງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ. ທ່ານຫວໍຟຸ່ງ, ຜູ້ອຳນວຍການສູນວັດທະນະທຳກິລານະຄອນ ໂຮ້ຍອານ, ແຂວງ ກວາງນາມ, ເວົ້າວ່າ:
”ຜ່ານງານບຸນໃນໂອກາດປີໃໝ່ປະຈຳຊາດ, ທາງນະຄອນຢາກແນະນຳໃຫ້ນັກທ່ອງທ່ຽວກ່ຽວກັບມູນເຊື້ອວັດທະນະທຳ, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຊົມໃຊ້, ແລະການເຂົ້າຮ່ວມຂອງປະຊາຊົນແຕ່ລະຄົນໃນທຸກເກັນອາຍຸ”
ຢູ່ນະຄອນ ເກິ່ນເທີ, ເຊິ່ງແມ່ນໃຈກາງເສດຖະກິດ - ການເມືອງ - ວັດທະນະທຳ ຂອງເຂດທົ່ງພຽງແມ່ນ້ຳຂອງ ກໍ່ຈັດລາຍການສະແດງສິລະປະ, ຍິງບັ້ງໄຟດອກ ເພື່ອຄຳນັບຊົມເຊີຍປີໃໝ່. ອ້າຍ ຫງວຽນວັນມິງ, ເມືອງ ບິ່ງຖູຍໄດ້ສະແດງຄວາມພາກພູມໃຈວ່າ:
”ປີໃດຂ້າພະເຈົ້າກໍ່ມາແຫ່ງນີ້, ເຫັນວ່າ ພໍ່ແມ່ ປຊຊ ຕ້ອນຮັບປີໃໝ່ດ້ວຍຄວາມເບິກບານມ່ວນຊື່ນ. ປີນີ້ຂ້າພະເຈົ້າເຫັນວ່າບຸນປີໃໝ່ມີຄວາມຟົດຟື້ນກວ່າປີກ່ອນໆ. ຂ້າພະເຈົ້າຫວັງວ່າຊາວນະຄອນ ເກິ່ນເທີ ທຸກຄົນທຳມາຫາກິນ ໄດ້ຮັບຜົນດີ.”
ພ້ອມກັບທົ່ວປະເທດ ນະຄອນ ໂຮ່ຈີໃນ ກໍ່ຕ້ອນຮັບບຸນປີໃໝ່ ດ້ວຍຄວາມເບິກບານມ່ວນຊື່ນ ແລະເຕັມໄປດ້ວຍສີສັນຫຼາກຫຼາຍ, ຖະໜົນດອກໄມ້ ຫງວຽນເຮ້ ແມ່ນແຫ່ງທີ່ນັກທ່ອງທ່ຽວມາຢ້ຽມຢາມ ແລະຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຫຼາຍກວ່າໝູ່. ຖະໜົນດອກໄມ້ປີນີ້, ແມ່ນກິດຈະກຳວັດທະນະທຳ ທີ່ເຂັ້ມຄົ້ນໄປດ້ວຍມູນເຊື້ອຂອງບ້ານເກີດເມືອງນອນ, ເຊິ່ງໄດ້ເຕົ້າໂຮມສີສັນວັດທະນະທຳຂອງທັງ 3 ພາກ: ພາກເໜືອ, ພາກກາງ ແລະພາກໃຕ້, ພ້ອມກັບເຂດເກາະທະເລຂອງຫວຽດນາມ, ຜ່ານນັ້ນປຸກລຸກນ້ຳໃຈຮັກຊາດ ແລະເຈດຈຳນົງຕັດສິນໃຈປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ປ້າ ຫງວຽນທິຊວນ, ຢູ່ເມືອງ 4 ເວົ້າວ່າ:
”ປີໃດຂ້າພະເຈົ້າກໍ່ໄປທ່ຽວຢູ່ສວນອຸທິຍານ. ປີນີ້ສວນອຸທິຍານງາມກວ່າປີກ່ອນ. ພາຍຫຼັງທ່ຽວຊົນຢູ່ທີ່ນີ້ແລ້ວ, ຂ້າພະເຈົ້າຈະກັບເມືອເຮືອນ ບູຊາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ຂ້າພະເຈົ້າຫວັງວ່າປີໃໝ່ໃຜໆກໍ່ມີສຸຂະພາບເຂັ້ມແຂງ, ນະຄອນນັບມື້ນັບພັດທະນາກວ່າ