(vovworld) – ໃນຊຸມວັນລະດູບານໃໝ່ປີນີ້, ທຸກໆ ຄົນ ເຖິງວ່າຈະທຳມາຫາກິນ ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ກໍຕາມ ກໍ່ລ້ວນແຕ່ພະຍາຍາມຊັບຊ້ອນວຽກງານເພື່ອກັບເມືອບ້ານຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ເຖິງຢ່າງໃດກໍ່ຕາມ, ໃນບັນດາກິດຈະກຳນ້ຳມັນອາຍແກດບົນທະເລ, ບັນດານັກວິສາວະກອນ, ກຳມະກອນ ຍັງຄົງຕ້ອງເຮັດວຽກຢ່າງບໍ່ຮູ້ອິດບໍ່ຮູ້ເມ່ືອຍ, ປະກອບສ່ວນສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ. ອ້າຍ ຫວູວັນເກືອງ, ອາຍຸ 25 ປີ, ນັກວິສາວະກອນບໍ່ແຮ່ - ທໍລະນີໃຫ້ຮູ້ວ່າ:
“ປີນີ້ ແມ່ນປີທຳອິດທີ່ຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດຢູ່ ຮ້ານເຈາະນ້ຳມັນ. ຄວາມຮູ້ສຶກເປັນຄັ້ງທຳອິດເມື່ອຢູ່ຫ່າງຈາກບ້ານ ແມ່ນຄິດຮອດບ້ານຫຼາຍ ແຕ່ວ່າຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ຈາກອ້າຍນ້ອງຢູ່ທີ່ນີ້ ດັ່ງນັ້ນກໍ່ປຽບເໝືອນໄດ້ຕ້ອນຮັບບຸນເຕັດຢູ່ບ້ານ, ພ້ອມກັນນັ້ນກໍ່ໄດ້ຮັບຄວາມເອົາໃຈໃສ່ຂອງທາງບໍລິສັດ ແລະ ອຳນາດການປົກຄອງທ້ອງຖິ່ນ ດັ່ງນັ້ນອ້າຍນ້ອງກໍ່ມີຄວາມປິຕິຊົມຊື່ນ ແລະ ພະຍາຍາມເຮັດວຽກງານໃຫ້ດີ.”
ດ້ວຍກິດຈະກຳຮ້ານເຈາະນ້ຳມັນອາຍແກດນັບສິບແຫ່ງບົນທະເລ, ໃນແຕ່ລະປີ, ຂະແໜງນ້ຳມັນອາຍແກດມີນັກວິສາວະກອນ ແລະ ກຳມະກອນ ປະມານ 3.000 ຄົນຕ້ອງຕ້ອນຮັບບຸນເຕັດຢູ່ຫ່າງຈາກບ້ານເກີດເມືອງນອນ, ໃນນັ້ນຄົນງານສັງກັດບໍລິສັດຮ່ວມທຸລະກິດ ຫວຽດນາມ - ລັດເຊຍ Vietsopetro ກວມເອົາ 80%. ເພື່ອເປັນການລະດົມກຳລັງໃຈແກ່ຄົນງານເມື່ອຕ້ອນຮັບບຸນເຕັດໄກບ້ານ, ບັນດາຄະນະ, ຂະແໜງການ, ໝູ່ຄະນະໄດ້ສົ່ງເຂົ້າໜົມຊະນິດຕ່າງໆ, ດອກຄາຍ, ດອກເໝີຍ, ເຂົ້າຕົ້ມ... ມາໃຫ້ບັນດາກຳມະກອນທີ່ພວມເຮັດວຽກຢູ່ຮ້ານເຈາະນ້ຳມັນໃນຊຸມວັນບຸນເຕັດ. ທ່ານ ຫວູແຄ໋ງເຈື່ອງ, ສະມາຊິກສະພາສະມາຊິກກຸ່ມບໍລິສັດນ້ຳມັນອາຍແກດແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:
“ໃນໂອກາດບຸນປີໃໝ່ ພວກຂ້າພະເຈົ້າໄດ້ສົ່ງຄະນະການນຳໄປອວຍພອນປີໃໝ່ຢູ່ກິດຈະກຳແຕ່ລະແຫ່ງ. ເວົ້າລວມແລ້ວ, ການນຳຂະແໜງນ້ຳມັນອາຍແກດຍາມໃດກໍ່ເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານກຳມະກອນ. ນອກນັ້ນ, ພວກຂ້າພະເຈົ້າກໍ່ເອົາໃຈໃສ່ເຖິງຄົນງານແຕ່ລະຄົນ ແລະ ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນເຕັດ”