ບັນດາກົມກອງຮັກສາສັນຕິພາບທຳອິດຂອງລັດເຊຍ ໃນ CSTO ໄດ້ໄປຮອດ ກາຊັກສະຖານ
(VOVWORLD) -ກຳລັງຮັກສາສັນຕິພາບຂອງ CSTO ໄດ້ຜັນຂະຫຍາຍໄປເຖິງ ກາຊັກສະຖານ ໃນໄລຍະໜຶ່ງ ເພື່ອຮັກສາສັນຕິພາບ ແລະ ຫັນສະພາບການເປັນປົກກະຕິ.
ພົນທະຫານຂອງ ລັດເຊຍ ໄປ ກາຊັກສະຖານ ດ້ວຍເຮືອບິນທະຫານ
(ພາບ: AFP/TTXVN)
|
ຕາມກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ວັນທີ 06 ມັງກອນ, ບັນດາກົມກອງຮັກສາສັນຕິພາບທຳອິດຂອງປະເທດນີ້ ຂຶ້ນກັບກຳລັງຮັກສາສັນຕິພາບລວມໝູ່ຂອງອົງການສົນທິສັນຍາລວມໝູ່ (CSTO) ໄດ້ໄປຮອດ ກາຊັກສະຖານ.
ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ກໍ່ຢືນຢັນວ່າ ກຳລັງຮັກສາສັນຕິພາບຂອງ CSTO ໄດ້ຜັນຂະຫຍາຍໄປເຖິງ ກາຊັກສະຖານ ໃນໄລຍະໜຶ່ງ ເພື່ອຮັກສາສັນຕິພາບ ແລະ ຫັນສະພາບການເປັນປົກກະຕິ. ໜ້າທີ່ຕົ້ນຕໍຂອງເຂົາເຈົ້າແມ່ນປົກປ້ອງບັນດາຮາກຖານສຳຄັນ, ຖານທີ່ໝັ້ນດ້ານການທະຫານ ແລະ ໜູນຊ່ວຍກຳລັງປະຕິບັດກົດໝາຍ ເພື່ອແນໃສ່ສ້າງຄວາມລະບຽບຮຽບຮ້ອຍຄືນໃໝ່.
ພົນທະຫານຂອງ ລັດເຊຍ ໄປ ກາຊັກສະຖານ ດ້ວຍເຮືອບິນທະຫານ, ໃນຂະນະທີ່ບັນດາກົມກອງທີ່ໄປກ່ອນໜ້ານັ້ນໄດ້ເລີ່ມປະຕິບັດໜ້າທີ່ໄດ້ຮັບມອບໝາຍ.