ບັນດາກອງປະຊຸມຕໍ່ໄປໃນຂອບເຂດກອງປະຊຸມSOM1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ບັນດາກອງປະຊຸມຕໍ່ໄປໃນຂອບເຂດກອງປະຊຸມSOM1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1
ມື້​ເຮັດ​ວຽກ​ທີ 6 ຂອງກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄັ້​ງ​ທີ 1 (SOM 1)

(vovworld) – ວັນ​ທີ 24/2, ຢູ່​ນະ​ຄອນ​ຍາ​ຈ​າງ, ແຂວງ ແຄ໋ງ​ຮ່​ວາ, ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄັ້​ງ​ທີ 1 (SOM 1) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ທີ 6. ກອງ​ປະ​ຊຸມ​ລວມ​ມີ: ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ (TWG), ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ສາ​ທາ​ລະ​ນະ​ສຸກ (HWG), ບ​ຳ​ລຸງ​ສ້າງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໂຄງ​ການ, ກຸ່ມ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ລົງ​ທຶນ (IEG), ຄະ​ນະ​ກຳ​ມະ​ການ​ການ​ຄ້າ -ການ​ລົງ​ທຶນ (CTI)…./

        ກໍ່​ໃນ​ວັນ​ທີ 24/2, ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕ​ີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສ​ດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟີກ ໄດ້​ສິ້ນ​ສຸດ​ລົງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ທຳ​ອິດຂອງວິ​ວັດ​ທະ​ນາ​ການ​ລັດ​ຖະ​ມົນ​ຕີ​ກາ​ນ​ເງິນເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ ໃນ​ບັນ​ດາ​ເຫດ​ການ​ປີ APEC ຫວຽດ​ນາມ ປີ 2017.

        ທີ່​ວາ​ລະ​ປະ​ຊຸມຄະ​ນະ​ບໍ​ລິ​ຫານ​ງານ​ຂອງ​ກຸ່ມ ແລະ  ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ​ຂອງກ​ຸ່ມ​ທ່ອງ​ທ່ຽວ, ບັນ​ດາ​ຜູ້​ແທນ​ພິ​ຈາ​ລະ​ນາ​ສະ​ເໜີ​ເປົ້າ​ໝາຍ ແລ​ະ ເນື້ອ​ໃນ​ພື້ນ​ຖານ​ຂອງ​ຖະ​ແຫຼງ​ການ ຮ​້າ​ລອງ ແລະ ກອບ​ແນະ​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​​ການ​ທ່ອງ​ທ່ຽວ APEC ແບບ​ຍືນ​ຍົງໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ ຮ່າວ​ັນ​ຊຽວ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໃຫ​້​ຮູ້​ວ່າ:

“ບັນ​ດາ​ພື້ນ​ຖານ​ເສ​ດ​ຖະ​ກິດ​ອາດ​ຈະ​ອີງ​ໃສ່​ນັ້ນ​ເພື່ອ​ສາ​ມາດ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຮຽກ​ຮ້ອງ​ໃຫ້​ທຸກໆ​ຝ່າຍ​ກ່ຽວ​ຂ້ອງ, ວິ​ສາ​ຫະ​ກິດ, ວົງ​ຄະ​ນະ​ຍາດ​ຍົກ​ສູງ​​ຄວາມ​ຮັບ​ຮູ້, ກຽມ​ພ້ອມ, ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທຸກໆ​ການ​ກະ​ທຳ​ຕ້ອງ​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.”


ຂ່າວ/ບົດ​ອື່ນ