ບັນດາກະຊວງ,ຂະແໜງການປະຕິບັດການສຳຫຼວດບັນດາຄອບຄົວທຸກຍາກຕາມມາດຕະຖານໃໝ່ໂດຍໄວ

ບັນດາກະຊວງ,ຂະແໜງການປະຕິບັດການສຳຫຼວດບັນດາຄອບຄົວທຸກຍາກຕາມມາດຕະຖານໃໝ່ໂດຍໄວ - ảnh 1
ທ່ານ ຫວູວັນນີ​ງ
(ພາບ: VGP/Thành Chung)

(vovworld) –  ບັນດາ​ກະຊວງ, ຂະ​ແໜງ​ການ​ປະຕິບັດ​ການສຳ​ຫຼວດ​ບັນດາ​ຄອບຄົວທຸກ​ຍາກ​ຕາມ​ມາດຕະຖານ​ໃໝ່​ໂດຍ​ໄວ - ນີ້​ແມ່ນ​ຄຳ​ເຫັນຊີ້​ນຳ​ຂອງ​ທ່ານ ຫວູວັນນີ​ງ, ​ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການຫລຸດຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​​ໃນ​ກອງ​ປະຊຸມ​ຂອງ​ຄະນະ​ປະຈຳ​ຄະນະ​ຊີ້ນ​ຳສູນ​ກາງ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/3, ຢູ່​ສຳນັກງານ​ລັດຖະບານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ຈົ່ງ​ຈັດ​ສັນຢ່າງ​ເໝາະ​ສົມ​​ສຳລັບ​ບັນດາ​ບໍລິ​ເວນ​ຕ້ອງ​ສຸມ​ໃສ່​ລົງທຶນ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ, ພ້ອມ​ທັງ​ກຳນົດ​ມາດຖານ​ຂອງ​​ແຕ່​ລະ​ມາດ​ຕະຖານ​ຫລຸ​ດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ເພື່ອ​ໃຫ້​ທ້ອງ​ຖິ່ນ​ອີງ​ໃສ່​ປະຕິບັດ.

        ຈຸດໝາຍ​ຂອງ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໄລຍະ 2016 – 2020 ​ແມ່ນ​ສະກັດ​ກັ້ນ​ສະພາບ​ປະສົບ​ກັບ​ຄວາມ​ທຸກ​ຍາກ​ຄືນ​ໃໝ່, ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​​ໃນ​ການ​ປະຕິບັດ​ຈຸດໝາຍ​ເຕີບ​ໂຕ​ດ້ານ​​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ, ປັບ​ປຸງຊີວິດ​ການ​ເປັນ​ຢູ່, ​ເພີ່ມ​ລາຍ​ຮັບ​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ບັນດາ​ບໍລິ​ເວນ​ທຸກ​ຍາກ, ສ້າງ​​ເງື່ອນ​ໄຂ​ໃຫ້​ແກ່​ຄົນ​ທຸກ​ຍາກ, ຄອບຄົວ​ທຸກ​ຍາກ​ຢູ່​ບັນດາ​ບໍລິ​ເວນ​ທຸກ​ຍາກ​ໄດ້​ສຳ​ພັດ​ດີ​ທີ່​ສຸດ​ສຳລັບ​ບັນດາການ​ບໍລິການ​ສັງຄົມ​ໂດຍ​ພື້ນຖານ, ປະກອບສ່ວນ​ຫລຸດຜ່ອນ​ຈຳນວນ​ຄອບຄົວ​ທຸກ​ຍາກ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ​ແຕ່ 1 – 1,5%/ປີ, ​ໃນ​ນັ້ນ​ຈຳນວນ​ຄອບຄົວ​ທຸກ​ຍາກ​ຢູ່​ບັນດາ​ເມືອງ, ຕາ​​ແສງ​ທຸກ​ຍາກ​ຫລຸດ​ລົງ​ສະ​ເລ່ຍກ່ວາ 4%/ປີ. ຄາດ​ວ່າ, ຍອດ​ຈຳນວນ​ເງິນ​ປະຕິບັດ​ໂຄງການ​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ​ແມ່​ນກ່ວາ 48.000 ຕື້​ດົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ