ບັນດາການນຳພັກ,ລັດເຂົ້າຮ່ວມພິທີໄຂສົກຮຽນໃໝ່2016-2017ຢູ່ທ້ອງຖິ່ນຕ່າງໆ

ບັນດາການນຳພັກ,ລັດເຂົ້າຮ່ວມພິທີໄຂສົກຮຽນໃໝ່2016-2017ຢູ່ທ້ອງຖິ່ນຕ່າງໆ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກວາງ
ຕີ​ກອງ​ໄຂ​ສົກ​ຮຽນ​ໃໝ່ 2016 – 2017)


(vovworld) - ຕອນ​ເຊົ້າ​ວັນ​ທີ 05/09, ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່ 2016 – 2017 ຢູ່ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ຮ່າ​ໂນ້ຍ - Amsterdam. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນດ​້າຍກວາງ ຊີ້​ແຈ້ງວ່າ, ສົກ​ຮຽນ​ໃໝ່ 2016 – 2017 ມີ​ຄວາມ​ໝາຍ​ສຳ​ຄັນ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ສຶກ​ສາ​ຮອດ​ປີ 2020, ສະ​ນັ້ນ, ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ຮ່າ​ໂນ້ຍ - Amsterdam ຕ້ອງ​ສ້າງ​ໂຮງ​ຮຽນ​ໃຫ້ເປັນ​ໃຈ​ກາງ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ​ຂອງ​ນະ​ຄອນ​ຫຼວງ ແລະ ຂອງ​ທົ່ວ​ປະ​ເທດ.

        ແລະ​ກ​ໍ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 05/09, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂ​ົ້າ​ຮ່ວມ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່​ຢູ່ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ຫງວຽນ​ດິ່ງ​ຈ້ຽວ - ​ເຊິ່ງ​ແມ່ນໂຮງ​ຮຽນ​​ທີ່​ສອນໃຫ້ນັກ​ຮຽນພິ​ການ​ຕາ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ຢືນ​ຢັນ​ວ່າ, ຈະ​ສືບ​ຕໍ່ພ້ອມ​ກັບ​ສະ​ພາ​ສຶກ​ສາ​ແຫ່ງ​ຊາດ​ປ່ຽນ​ໃໝ່​ການ​ສຶກ​ສາ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ.

        ໃນ​ຂະ​ນະ​ນັ້ນ, ຕ​ອນ​ເຊົ້າ​ວັ​ນ​ທີ 05/09, ຢ​ູ່​ນ​ະ​ຄອນ ວູງ​ເຕົ່າ, ແຂວງ ບ່າ​ເຮີຍ​ວູງ​ເຕົ່າ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່ 2016 – 2017 ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ເລ​ກຸ​ຍ​ດົນ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ.

        “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຄວາມ​​ເຊື່ອ​ໝັ້ນ​ຂອງ​ພັກ ແລະ ລັດ, ຄວາມ​​ເຊື່ອ​ໝັ້ນ​ຂອງບັນ​ດາ​ພໍ່​ແມ່​ນັກ​ຮຽນ​ແຂວງ ບ່າ​ເຮ​ີຍ​ວູງ​ເຕົ່າ ເມື່ອ​​ລູກ​ໄດ້ມາ​ຮຽນ​ຢູ່​ໂຮ​ງ​ຮຽນ​ນີ້ ຈະ​ຕັ້ງ​ຄວາມ​ຫວັງ​ກ່ຽວ​ກັບ​ຜົນ​ງານ​ໃນ​ການ​ສິດ​ສອນ ແລະ ຮ່ຳ​ຮຽນ​ຂອງ​ຄູ ແລະ ນັກ​ຮຽນ​. ສະ​ນັ້ນ, ສົກ​ຮຽນ 2016 – 2017, ​ຈະຕ້ອ​ງ​ແມ່ນ​ສົກ​ຮຽນທີ່ບັນ​ລຸ​ຜົນ​ງານ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ໂຮງ​ຮຽນ”.

        ສ່ວນ​ຢູ່​ແຂວງ ເຊີ​ນ​ລາ, ຕອນ​ເຊົ້າ​ວັນ​ທີ 05/09, ທ່ານ​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່​ຢູ່​ໂຮງ​ຮຽນມັດ​ທະ​ຍົມ​ຕອ​ນ​ຕົ້ນ ຫງວຽນ​ຈ້າຍ, ນະ​ຄອນ​ເຊີນ​ລາ. ປະ​ຈຸ​ບັນ, ໂຮງ​ຮຽນມັດ​ທະ​ຍົມ​ຕອ​ນ​ຕົ້ນ ຫງວຽນ​ຈ​້າຍ ພວມ​ມີ​ນັກ​ຮຽນ​ເກືອບ 800 ນ້ອງ, ເຊິ່ງ​ແມ່ນ​ໂຮງ​ຮຽນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ແຂວງ​ເຊີ​ນ​ລາ.

ຂ່າວ/ບົດ​ອື່ນ