ບັນດາການນຳອາເມລິກາແລະເອີລົບເຫນືອອອກຖະແຫລງການຮ່ວມຢັ້ງຢືນຍູ້ແຮງການຮ່ວມມືໃນຫລາຍຂົງເຂດ

ບັນດາການນຳອາເມລິກາແລະເອີລົບເຫນືອອອກຖະແຫລງການຮ່ວມຢັ້ງຢືນຍູ້ແຮງການຮ່ວມມືໃນຫລາຍຂົງເຂດ - ảnh 1
ການ​ນຳ​ອາ​ເມ​ລິ​ກາ ແລະ ເອີ​ລົບ​ເຫນືອ
ພາບ:AFP/TTXVN

vovworld)- ພາ​ຍ​ຫລັງ​ປະ​ຊຸມ​ມາ​ເປັນ​ເວ​ລາ 1 ວັນ​ຢູ່ ວໍ​ຊິງ​ຕັນ, ວັນ​ທີ 13/5, ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ການ​ນຳ​ອາ​ເມ​ລິ​ກາ ແລະ ເອີ​ລົບ​ເຫນືອ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມຢັ້​ງ​ຢືນ​ຄືນ​ໃຫມ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ. ຖະ​ແຫລງ​ການ​ຮ່ວມ​ເນັ້ນ​ຫນັກ​ເຖິງ ອະ​ທິ​ປະ​ໄຕ, ອຳ​ນາດ​ນິ​ຕິ​ບັນ​ຍັດ, ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ເຄົ​າ​ລົບ​ສິດ​ທິ​ມະ​ນຸດ ແລະ ການ​ປະ​ພຶດ​ຍຸ​ຕິ​ທຳ​ໂດຍບໍ່​ຫົວ​ຊາ​ຕໍ່​ເຊື້ອ​ຊາດ​ຜິວ​ພັນ, ສາດ​ສະ​ຫນາ​ຫລື​ເພດ​ ແມ່ນ​ບັນ​ດາ​ຄຸນ​ຄ່າ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ ເອີ​ລົບ​ເຫນືອ. ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ Barack Obama  ແລະ ບັນ​ດາ​ການ​ນຳ ເອີ​ລົບ​ເຫນືອ ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຄວາມ​ປອດ​ໄພ​ຢູ່ ເອີ​ລົບ ແລະ ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ