ບັນດາການເຄື່ອນໄຫວ ຕ້ອນຮັບລະດູບານໃໝ່ 2014 ຢ່າງຟົດຟື້ນ
ລາຍການ ຈຸດນັດພົບຊາວໜຸ່ມ - ຕ້ອນຮັບລະດູບານໃໝ່ 2014
(ພາບ: baomoi.com)
(vovworld) - ຕອນຄໍ່າວັນທີ 29/12, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ນະຄອນຮ່າໂນ້ຍ, ສະມາຄົມນັກສຶກສານະຄອນຮ່າໂນ້ຍ ໄດ້ຈັດລາຍການ ຈຸດນັດພົບຊາວໜຸ່ມ - ຕ້ອນຮັບລະດູບານໃໝ່ 2014. ລາຍການເພື່ອແນໃສ່ສະເຫຼີມສະຫຼອງຜົນສຳເລັດຂອງກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດສະມາຄົມນັກສຶກສາຫວຽດນາມ ຊຸດທີ 9, ອາຍຸການ 2013 – 2018. ທີ່ລາຍການ, ຄະນະຊາວໜຸ່ມຮ່າໂນ້ຍ ໄດ້ຈັດພິທີເຊີດຊູ, ມອບລາງວັນໃຫ້ໄວໜຸ່ມຈຳນວນ 10 ຄົນທີ່ດີເດັ່ນຂອງນະຄອນຫຼວງປີ 2013. ລາຍການຈຫ້ຍັງມີງານບຸນຖະໜົນ ໂດຍສຸມໃນບັນດາຂົງເຂດເຊິ່ງນັກສຶກສາເຂົ້າຮ່ວມຄື: ຮໍ່າຮຽນ, ຄົ້ນຄວ້າວິທະຍາສາດ; ກໍ່ສ້າງຊົນນະບົດໃໝ່; ສ້າງວັດທະນະທຳທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ... ກ່າວຄຳເຫັນທີ່ພິທີ, ທ່ານ ເລກ໋ວດຟອງ, ປະທານສະມາຄົມນັກສຶກສາຫວຽດນາມ ເນັ້ນໜັກວ່າ.
“ໃນ 5 ປີຈະມາເຖິງ, ນັກສຶກສາທົ່ວປະເທດ ຈະຮຽງບ່າຮຽງໄຫຼ່ປະຕິບັດຂະບວນການນັກສຶກສາ 5 ດີ, ຂະນວນການຈະຊຸກຍູ້ການພັດທະນາບັນດາການເຄື່ອນໄຫວທີ່ມີລັກສະນະກຳນົດທິດ, ສ້າງສະພາບແວດລ້ອມເພື່ອໃຫ້ນັກສຶກສາຝຶກຝົນຫຼໍ່ຫຼອມດ້ານຄຸນສົມບັດໃນການຮໍ່າຮຽນ ແລະ ຮ່າງກາຍ, ສຸຂະພາບ... ບັນດາຂະບວນການທັງມຸ່ງໄປເຖິງບັນດາປັດໃຈຝຶກຝົນຫຼໍ່ຫຼອມດ້ວຍຕົນເອງຂອງນັກສຶກສາ, ທັງມຸ່ງໄປເຖິງການພັດທະນາຂອງໝູ່ນັກສຶກສາ, ຜ່ານນັ້ນສ້າງເປັນຮູບແບບນັກສຶກສາໃນໄລຍະໃໝ່, ປະກອບສ່ວນຍົກສູງຄຸນນະພາບຝຶກຝົນຫຼໍ່ຫຼອມການຮໍ່າຮຽນ, ຍູ້ການເສື່ອມທາດຂາດຄຸນໃນໝູ່ນັກສຶກສາໃຫ້ຖອຍໄປ”.
ແລະກໍ່ໃນຕອນຄໍ່າວັນດຽວກັບ, ແຂວງ ຕວຽນກວາງ ໄດ້ໄຂງານຕະຫຼາດລະດູບານໃໝ່ປີມະເມຍ ແລະ ງານວາງສະແດງບັນດາຜະລິດຕະພັນອຸດສາຫະກຳ - ກະສິກຳ ຕວຽນກວາງ. ສ່ວນນະຄອນໂຮ່ຈິມິນ ໄດ້ຈັດການແຂ່ງຂັນລົດຖີບຕ້ອນຮັບປີໃໝ່.