ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27/2

ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27/2    - ảnh 1
ສະ​ເຫຼີມ​ສະຫຼອງວັນ​ແພດ​ໝໍ​ຫວຽດ​ນາມ


(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ແພດ​ໝໍ​ຫວຽດ​ນາມ (27/2/1955 – 27/2/2017). ຕອນ​ເຊົ້າ​ວັນ​ທີ 26/2, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້​ຈັດ​ງານ​ມະ​ໂຫລານ “ ໄວ​ໜຸ່ມ​ຂະ​ແໜງ​ການ​ແພດ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ ”. ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ປະ​ຈຳ ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈິ​ມິນໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ມອບ​ລາງວັນ​ຝ້າມ​ຫງອກ​ແທກ ຄັ້ງ​ທີ 5 ປີ 2017 ໃຫ້​ແກ່ 27 ແບບ​ຢ່າງ​ແພດ​ໝໍ​ໜຸ່ມ ທີ່​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຈັນ​ຍາ​ບັນ ແລະ ຈັນ​ຍາ​ທຳ​ໃນ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ. ທ່ານ​ໝໍ ຫງວຽນ​ດິງ​ຢຸ້ງ ຢູ່​ສູນ​ການ​ແພດ​ປ້ອງ​ກັນ​ນະ​ຄອນ​ໂຮ່​ຈິ​ມິນ ຜູ້​ໄດ້​ຮັບ​ລາງວັນ​ຝ້າມ​ຫງອກ​ແທກຄັ້ງ​ນີ້ ໃຫ້​ຮູ້​ວ່າ :

     “ ຂ້າ​ພະ​ເຈົ້າ​ເອກ​ອ້າງ​ທະ​ນົງ​ໃຈ​ເພາະ​ການ​ປະ​ກອບ​ເຫື່ອ​ແຮງ​ຂອງ​ຕົນ​ໄດ້​ຮັບ​ການ​ຮັບ​ຮູ້. ໄລ​ຍະ​ທີ່​ຈະ​ມາ​ເຖິງ, ເຮົາ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂໍ້​ລ​ິ​ເລີ່ມນີ້​ລົງ​ຮອດ​ຮາກ​ຖານ. ຂ້າ​ພະ​ເຈົ້າ​ຈະ​ປະ​ດິດ​ສ້າງ​ບັນ​ດາ​ວິ​ທີ​ການ​ໃໝ່​ເພື່ອ​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ໂລກ​ລະ​ບາດ​ຂອງ​ນະ​ຄອນ ”

ຂ່າວ/ບົດ​ອື່ນ