(vovworld) - ການເຄື່ອນໄຫວຕ່າງໆຕອບສະໜອງເດືອນຊາວໜຸ່ມ 2012 (ເດືອນ 3) ຖືກຈັດຂຶ້ນຢ່າງຟົດຟື້ນຢູ່ທ້ອງຖີ່ນຕ່າງໆ. ພິທີເຄື່ອນພົນເດືອນຊາວໜຸ່ມ 2012 ດ້ວຍຫົວຂໍ້ວ່າ “ໄວໜຸ່ມເຄື່ອນໄຫວເພື່ອນະຄອນສີວິໄລ, ພັດທະນາ” ໂດຍຄະນະຊາວໜຸ່ມນະຄອນໂຮ່ຈີມິນຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 26/2 ຢູ່ນະຄອນ ໂຮ່ຈີມິນ ດ້ວຍການເຂົ້າຮ່ວມຂອງສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມນະຄອນ. ໃນເດືອນຊາວໜຸ່ມ 2012, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈະປະຕິບັດບັນດາກິດຈະກຳ, ວຽກງານມີຄວາມໝາຍເພື່ອຕອບສະໜອງປີແຫ່ງຄວາມປອດໄພທາງຄົມມະນາຄົມ, ປະກອບສ່ວນສ້າງສານະຄອນສີວິໄລ, ພັດທະນາ. ໃນເດືອນ 3, ໄວໜຸ່ມນະຄອນກໍເຄື່ອນພົນປະຕິບັດຫຼາຍກິດຈະກຳຂຽວ - ສະອາດ - ງາມ, ເບິ່ງແຍງດູແລຊ່ວຍເຫຼືອຜູ້ທຸກຍາກ. ຟ້າມທູຮັ່ງ, ນັກສືກສາປີທີ 3, ມະຫາວິທະຍາໄລແພດສາດນະຄອນ ໂຮ່ຈີມິນ, ຜູ້ອາສາສະໝັກ ເຂົ້າຮ່ວມພິທີເຄື່ອນພົນໃຫ້ຮູ້ວ່າ:
“ໂດຍແມ່ນນັກສືກສາ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄືແນວນີ້ນ້ອງຮູ້ສືກມ່ວນຫຼາຍ. ນ້ອງແມ່ນສະມາຊິກໃນໜ່ວຍຮັບປະກັນຊີວິດສັງຄົມ ແລະ ຮຽນມະຫາວິທະຍາໄລແພດສາດ, ດັ່ງນັ້ນຈະເຂົ້າຮ່ວມການປິ່ນປົວພະຍາດ ແລະ ເບິ່ງແຍງດູແລສຸຂະພາບວົງຄະນະຍາດ.”
ແລະກໍໃນວັນດຽວກັນ, ຢູ່ນະຄອນດ່າໜັງ ກໍດຳເນີນພິທີເຄື່ອນພົນເດືອນຊາວໜຸ່ມດ້ວຍຫົວຂໍ້ວ່າ “ໄວໜຸ່ມດ່າໜັງ ມີວັດທະນະທຳໃນການເຂົ້າຮ່ວມຄົມມະນາຄົມ ແລະ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”. ຈຸດໝາຍເດືອນຊາວໜຸ່ມ 2012 ຂອງ ດ່າໜັງແມ່ນ 100% ຄະນະຊາວໜຸ່ມຈາກນະຄອນຕະຫຼອດຮອດຮາກຖານມີການເຄື່ອນໄຫວໂຄສະນາເຜີຍແຜ່, ປຸກລະດົມຊາວໜຸ່ມປະຕິບັດແບບແຜນວັດທະນະທຳໃນການເຂົ້າຮ່ວມຄົມມະນາຄົມ, ມີການເຄື່ອນໄຫວອັນແທດຈິງເພື່ອຮັບປະກັນຄວາມສະຫງົບປອດໄພທາງຄົມມະນາຄົມ, 100% ຄະນະຊາວໜຸ່ມຂັ້ນຕາແສງປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ໄລຍະ 2011 – 2015. ພາຍຫຼັງພິທີເຄື່ອນພົນເດືອນຊາວໜຸ່ມ, ຊາວໜຸ່ມ, ເຍົາວະຊົນເກືອບ 500 ຄົນໃນບໍລິເວນນະຄອນດ່າໜັງໄດ້ຈັດຕັ້ງງານປະກວດແຕ້ມຮູບດ້ວຍຫົວຂໍ້ “ເຍົາວະຊົນດ່າໜັງດ້ວຍວັດທະນະທຳຄົມມະນາຄົມ”