ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ອາເມລິກາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ ອາເມລິກາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ຫວຽດນາມ
ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ອາເມລິກາ 

        ຕອນຄ່ຳວັນທີ 30 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ອາເມລິກາ ແລະ ເຂົ້າຮ່ວມງານລ້ຽງໂດຍ ຫ້ອງການການຄ້າ ອາເມລິກາ (USCC) ແລະ ສະພາວິສາຫະກິດ ອາເມລິກາ - ອາຊຽນ (USABC) ສົມທົບກັນຈັດຕັ້ງ. ກ່າວຄຳເຫັນຕໍ່ວິສາຫະກິດ ຫວຽດນາມ ແລະ ອາເມລິກາ 300 ແຫ່ງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ພວມເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຈຸດສຸມແມ່ນເສດຖະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນພິເສດ ແລະ ໃຫ້ບຸລິມະສິດເລື່ອງຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າກັບ ອາເມລິກາ. ປະຊາຄົມບັນດາວິສາຫະກິດ ອາເມລິກາ ມີບົດບາດສຳຄັນ ແລະ ມີການປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດການປ່ຽນໃໝ່, ເຊື່ອມໂຍງ ແລະ ພັດທະນາເສດຖະກິດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:

        “ກ່ຽວກັບການລົງທຶນ, ພວກຂ້າພະເຈົ້າສົ່ງເສີມ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ອາເມລິກາ ລົງທຶນເຂົ້າບັນດາຂົງເຂດ ຊຶ່ງ ຫວຽດນາມ ໃຫ້ບຸລິມະສິດ ແລະ ພວກເພື່ອນມີທ່າແຮງຄືຂົງເຂດ ເຕັກໂນໂລຊີສູງ, ພະລັງງານ, ພື້ນຖານໂຄງລ່າງ, ການສຶກສາບຳລຸງສ້າງ, ການເງິນທະນາຄານ. ເນື່ອງໃນໂອກາດນີ້ ລັດຖະບານ ຫວຽດນາມ ສົ່ງເສີມວິສາຫະກິດ ຫວຽດນາມ ລົງທຶນເຂົ້າ ອາເມລິກາ ແລະ ຄວາມຈິງ ໄດ້ມີນັກລົງທຶນ ຫວຽດນາມ ຫລາຍຄົນເຂົ້າມາລົງທຶນຢູ່ ອາເມລິກາ ໃນໄລຍະຜ່ານມາ.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ ອາເມລິກາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ.

ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ອາເມລິກາ - ảnh 2  ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ກອງທຶນມໍລະດົກຢູ່ ວໍຊິງຕັນ 

ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ຕອນບ່າຍວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມກອງທຶນມໍລະດົກ (Heritage Foundation) ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີບົດກ່າວປາໄສສຳຄັນຕໍ່ວົງການນັກການເມືອງ, ນັກຮຽນຮູ້ ອາເມລິກາ ແລະ ເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ຈຳນວນຫລວງຫລາຍ ກ່ຽວກັບຫົວເລື່ອງ “ກາລະໂອກາດ, ສິ່ງທ້າທາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ ອາຊີ - ປາຊີຟິກ ແລະ ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ແລະ ຫວຽດນາມ ມີແຜນນະໂຍບາຍພັດທະນາສາຍພົວພັນຮອບດ້ານ, ຍາວນານ, ເຄົາລົບເອກະລາດອະທິປະໄຕ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ອາເມລິກາ, ຕັ້ງໜ້າປະກອບສ່ວນເຂົ້າສັນຕິພາບ, ວັດທະນາຖາວອນ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ເລື່ອງລັດຖະບານ, ບັນດານັກການເມືອງທຸກຊັ້ນຄົນ, ນັກຮຽນຮູ້ ອາເມລິກາ ສະໜັບສະໜູນເລື່ອງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລ 1982…

ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ອາເມລິກາ - ảnh 3 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson 


ໃນຂອບເຂດຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ຕອນບ່າຍວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມງານລ້ຽງລະດັບຊາດຂອງອຳນາດການປົກຄອງ ອາເມລິກາ ໂດຍທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ເປັນເຈົ້າພາບຈັດຕັ້ງຢູ່ສຳນັກງານກະຊວງການຕ່າງປະເທດ ອາເມລິກາ. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ  Rex Tillerson ຢືນຢັນວ່າ: ອຳນາດການປົກຄອງ ອາເມລິກາ ຖືເປັນສຳຄັນ ແລະ ປາດຖະໜາຢາກໃຫ້ການພົວພັນ 2 ປະເທດພັດທະນາເຂັ້ມແຂງກ່ວາອີກ ໃນໄລຍະຈະມາເຖິງ ໂດຍຜ່ານບັນດາກົນໄກຮ່ວມມືມີປະສິດທິຜົນໃນຫລາຍຂົງເຂດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນທີ່ສຸດການພົວພັນກັບ ອາເມລິກາ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຮັກສາທ່າພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ແລະ ສ້າງກຳລັງໜູນໃຫ້ແກ່ການພັດທະນາສາຍພົວພັນຕາມທິດສະຖຽນລະພາບ, ຍາວນານ… 

ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ອາເມລິກາ - ảnh 4 ທ່ານປະທານາທິບໍດີ Donald J.Trump ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

        ເນື່ອງໃນໂອກາດຢ້ຽມຢາມສະຫະລັດ ອາເມລິກາ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແຕ່ວັນທີ 29 – 31 ພຶດສະພາ, ຫວຽດນາມ ແລະ ອາເມລິກາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄູ່ຮ່ວມມືຮອບດ້ານລະຫວ່າງ 2 ຝ່າຍ. ວັນທີ 31 ພຶດສະພາ ຢູ່ທຳນຽບຂາວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Donald J.Trump  ວາງອອກໄລຍະທາງໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ. ນະທີ່ນີ້ ການນຳ 2 ທ່ານເນັ້ນໜັກວ່າ: ກາລະໂອກາດຫລາຍຢ່າງພວມເປີດອອກໃນການພົວພັນ ຫວຽດນາມ - ອາເມລິກາ, ໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການຄ້າ; ວິທະຍາສາດ - ເຕັກໂນໂລຊີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ, ມະນຸດສະທຳ ແລະ ແກ້ໄຂຜົນຮ້າຍພາຍຫລັງສົງຄາມ, ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານປະທານາທິບໍດີ Donald J.Trump ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງປົກປັກຮັກສາ, ຊຸກຍູ້ສິດທິມະນຸດ ແລະ ຄວາມຮ່ວມສຳພັນລະຫວ່າງສິດທິມະນຸດກັບຄວາມໝັ້ນຄົງ ແລະ ພັດທະນາແບບຍືນຍົງຂອງແຕ່ລະປະເທດ. ອາເມລິກາ ຊົມເຊີຍຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປັບປຸງລະບົບກົດໝາຍ ເພື່ອແນໃສ່ປົກປັກຮັກສາ ແລະ ຊຸກຍູ້ສິດຂອງປະຊາຊົນທຸກຄົນ.

        ທ່ານປະທານາທິບໍດີ Donald J.Trump ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເອົາໃຈໃສ່ເຖິງບັນດາບັນຫາພາກພື້ນ ແລະ ສາກົນ, ໃນນັ້ນ ມີບັນຫາທະເລຕາເວັນອອກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ການນຳ 2 ທ່ານເປີດອັນໃສແຈ້ງໃຫ້ແກ່ອະນາຄົດ ໃນການພົວພັນຄູ່ຮ່ວມມືຮອບດ້ານໄດ້ຮັບການເພີ່ມທະວີ; ເຫັນດີເປັນເອກະພາບຊຸກຍູ້ການພົວພັນນີ້ໃຫ້ເລິກເຊິ່ງ, ແທດຈິງ, ມີປະສິດທິຜົນກ່ວາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີ - ປາຊີຟິກ ແລະ ໃນໂລກ.

ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ອາເມລິກາ - ảnh 5ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະ ບັນດາອົງການສຳນັກງານ ຫວຽດນາມ ປະຈຳ ອາເມລິກາ 

        ຕອນຄ່ຳວັນທີ 31 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫລວງ ວໍຊິງຕັນ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານາທິບໍດີ Donald J.Trump.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການສຳນັກງານ ຫວຽດນາມ ປະຈຳ ອາເມລິກາ. ນະທີ່ນີ້, ທ່ານ ຟ້າມກວາງວີງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຢືນຢັນວ່າ: ພະນັກງານ, ພາລະກອນສະຖານທູດຈະສືບຕໍ່ສູ້ຊົນ, ປະຕິບັດພາລະບົດບາດຂອງອົງການຜູ້ຕາງໜ້າການທູດແຫ່ງລັດ ຫວຽດນາມ ປະຈຳ ອາເມລິກາ ໃຫ້ດີກ່ວາອີກ. ກ່າວຄຳເຫັນກັບພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການສຳນັກງານ ຫວຽດນາມ ປະຈຳ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ສືບຕໍ່ເສີມຂະຫຍາຍຜົນງານໃນການປະຕິບັດງານທີ່ບັນລຸໄດ້, ປະຕິບັດໜ້າທີ່ຂອງພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ