ບັນດາການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອາເມລິກາ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ.
ບັນດາການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອາເມລິກາ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບທ່ານປະທານາທິບໍດີ ບຸນກາຣີ Rumen Radev
(ພາບ: TTXVN)

        ວັນທີ 24 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານປະທານາທິບໍດີ ບຸນກາຣີ Rumen Radev, ທ່ານປະທານາທິບໍດີ ແຟງລັງ Alexander Stubb, ອົງມົງກຸດລາຊະກຸມມານ ຄູເວດ Sheikh Sabah Al-Khaled Al-Sabah, ຜູ້ອຳນວຍການໃຫຍ່ IMF ທ່ານນາງ Kristalina Georgieva, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະ ວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ.

        ທີ່ການພົບປະກັບທ່ານປະນາທິບໍດີ ບຸນກາຣີ Rumen Radev, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ, ຫວຽດນາມ ຍາມໃດກໍເຄົາລົບ ແລະ ຈົດຈຳການຊ່ວຍເຫຼືອຂອງປະຊາຊົນ ບຸນກາຣີ ສຳລັບ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ກໍ່ຄືການສ້າງສາປະເທດຊາດໃນປະຈຸບັນ. ທ່ານຊົມເຊີຍແຜນການຈະມາຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Rumen Radev.

        ທີ່ການພົບປະກັບທ່ານປະທານາທິບໍດີ ແຟງລັງ Alexander Stubb, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງບັນດາກົນໄກຮ່ວມມື 2 ຝ່າຍໃຫ້ມີປະສິດທິຜົນ, ເພີ່ມທະວີການຮ່ວມມືດ້ານສຶກສາ - ບຳລຸງສ້າງ ແລະ ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ກິລາ; ພ້ອມທັງສືບຕໍ່ເອົາໃຈໃສ່ເຖິງສະພາບການຢູ່ທະເລຕາເວັນອອກ ແລະ ສະໜັບສະໜູນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດຕາມຂໍ້ກຳນົດຂອງກົດໝາຍສາກົນ.

ບັນດາການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອາເມລິກາ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບອົງມົງກຸດລາຊະກຸມມານ ຄູເວດ Sheikh Sabah Al-Khaled Al-Sabah
(ພາບ: TTXVN)

ທີ່ການພົບປະກັບອົງມົງກຸດລາຊະກຸມມານ ຄູເວດ Sheikh Sabah Al-Khaled Al-Sabah, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດ ຄູເວດ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດໃໝ່, ຄື: ການເຕີບໂຕສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທັນຍາຫານ Halal.

        ທີ່ການພົບປະກັບຜູ້ອຳນວຍການໃຫຍ່ IMF ທ່ານນາງ Kristalina Georgieva, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ IMF ສືບຕໍ່ໜູນຊ່ວຍ ຫວຽດນາມ ຫັນວິໄສທັດນັ້ນໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການສ້າງພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງຮູບແບບການເຕີບໂຕ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະ ພັດທະນາບັນດາເຕັກໂນໂລຊີໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ