ບັນດາການເຄື່ອນໄຫວຕອບສະໜອງວັນຄົນພິການສາກົນ3/12

ບັນດາການເຄື່ອນໄຫວຕອບສະໜອງວັນຄົນພິການສາກົນ3/12 - ảnh 1
ການເຄື່ອນໄຫວຕອບສະໜອງວັນຄົນພິການສາກົນ3/12
(ພາບ: KimChi)

(vovworld) ​ ​ ວັນ​ທີ 03/12, ກະຊວງ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີ່​ນ​ເທີ ​ໄຂ​ການ​ແຂ່ງຂັນ​ກິລາ​ນັກ​ຮຽນ​ພິການ​ທົ່ວ​ປະ​ເທດ​ຄັ້ງ​ທີ 6 ປີ 2015 ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ນັກ​ກິລາ​ກ່ວາ 600 ຄົນ ທີ່ມາ​ຈາກ 19 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ​ຈຸດປະສົງ​ຂອງ​ການ​ແຂ່ງຂັນ ​​ແມ່ນເພື່ອ​ແນ​ໃສ່​ປຸກລະດົມ​ກຳລັງ​ໃຈ​ສະຕິ​ຍົກ​ສູງນຳ້​ໃຈ​ຮັກສາ​ສຸຂະພາບ, ຊ່ວຍ​ພວກ​ນ້ອງ​ພິການ​ມີ​ຄວາມ​ປະ​ເອີ​ບ​ໃຈຮັກ​ຊີວິດ​ຕື່ມ​ອີກ, ​ເຊື່ອມ​ຕົວ​ເຂົ້າກັບ​ຊີ​ວິດ​ຕົວ​ຈິງ, ​​ເສີມ​ຂະຫຍາຍ​ຈິດ​ໃຈ “​ເປັນ​ຄົນ​ພິການ​ແຕ່​ຍັງ​ມີປະ​ໂຫຍ​ດ​”. ນອກນັ້ນ, ຈາກ​ບັນດາ​ການ​ເຄື່ອນ​ໄຫວ​ກິລາ​ນີ້, ຈະ​ແມ່ນ​ເງື່ອນ​ໄຂ​ ​ເພື່ອ​​ໃຫ້ພວກ​ນ້ອງ​ສະ​ແດງ​ຄວາມ​ສາມາດ, ຜ່ານ​ນັ້ນ​ເລືອກ​ເຟັ້ນ​ຄົນ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ​ເພື່ອຝຶກ​ອົ​ບຮົມ​ຢ່າງທັນ​ການ, ​ແລະ ບຳລຸງ​ສ້າງ​ພວກ​ນ້ອງ​ໃຫ້​ກາຍ​ເປັນ “​​ເພັດ​ອັນ​ລຳ້​ຄ່າ ” ອຸທິດ​ໃຫ້​ກິລາ​ອາຊີບຂອງ​ປະ​ເທດ​ຊາດ. ການ​ແຂ່ງຂັນ​ກິລາ​ນັກຮຽນ​ພິການ​ທົ່ວ​ປະ​ເທດ​ຄັ້ງ​ທີ 6 ປີ 2015 ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 3 – 8/12 ດ້ວຍ 6 ປະ​ເພດ​ຄື: ​ແລ່ນ​​ ແລະ​ລານ, ບານ​ເຕະ, ປິງປອງ, ໝາກຮຸກ, ດຶງ​ເຊືອກ, ຕີ​ດອກ​ປີກ​ໄກ.

        ກ່ອນ​ນັ້ນ ​ໃນ​ຕອນ​ຄ່ຳ​ວັນ​ທີ 2/12 ມີ​ຄົນ​ພິການກ່ວາ 1000 ຄົນ, ບັນດາ​ນັກສຶກສາ ອາສາ​ສະໝັກ​​ໄດ້ພ້ອມ​ກັນ​ເຂົ້າ​ຮ່ວມ​ລາຍການ “​ໂລກ​ໜ່ວຍໜຶ່ງ​ເພື່ອ​ໃຫ້​ທຸກ​ຄົນ - ​ແບ່ງປັນ​ຄວາມ​ໄຝ່ຝັນ” ​ໂດຍ​ສູນ​ຄົນ​ພິການ​ ແລະ ພັດທະນາ​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນຢູ່ ດັກ​ລັກ ໜ່ວຍ​ປະຕິບັດ​ງານ​ສັງຄົມ​ແຂວງ​ສົມທົບ​ກັບ​ສະ​ໂມ​ສອນ​ຊາວ​ໜຸ່ມ​ພິການ​ແຂ​ວງຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກປ່ຽນ “ສ້າງ​ຄວາມ​ເຊື່ອ​ໝັ້ນ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກບັນດາ​ສະ​ໂມ​ສອນຄົນພິການ​ ​ໃນ​ບໍລິ​ເວນ​ແຂວງ​ເປັນ​ຈຳນວນ​ຫລວງ​ຫລາຍ. ​ເນື່ອງ​ໃນ​ໂອກາດ​ນີ້ ບັນດາ​ຫົວໜ່ວຍອຸປະຖຳ​ໄດ້​ມອບ​ຂອງຂວັນກ່ວາ 20 ພູດ ​ໃຫ້​ແກ່​ພວກນ້ອງ​ຊາວ​ໜຸ່ມ, ເຍົາວະ​ຊົນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

        ​ແລະ​ກໍ່​ໃນ​ຂອບ​​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ຄົນ​ພິການ​ສາກົນ 3/12 ທີ່​ຈະ​ມາ​ເຖິງ​ນີ້, ຢູ່​ຮ່າ​ໂນ້ຍ ສະ​ມາ​ຄົມ​ຊາວ​ໜຸ່ມ​ຄົນ​ພິການ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ ງານ​ ລາຕີເຊີດ​ຊູຄວາມ​ງາມ​ກາ​ຊີກ​ວົງ​ເດືອນ 2015, ລາຍການ​ຍັງ​ແນ​ໃສ່​ສົ່ງ​ເສີມ​ຄົນ​ພິການ, ພິ​ເສດ​ແມ່ນ​​ແມ່​ຍິງ​, ລົບ​ລ້າງຄວາມ​ປົມ​ດ້ອຍ, ​ເຊື່ອ​ໝັ້ນຕົນ​ເອງ​ເພື່ອສະ​ແດງ​ຄວາມ​ສາມາດ ​ແລະ ທັດສະນະ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ