ບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນໃນເດືອນ 6

ບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນໃນເດືອນ 6 - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລືອ​ງ​ແທງ​ຫງີ້
(ພາບປະກອບ)

(vovworld) – ວັນ​ທີ 13/6, ທີ່​ການປະຊຸມ​ຂ່າວ​ນັດ​ສາມັນ​ ​ເດືອນ 6, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລືອ​ງ​ແທງ​ຫງີ້ ​ໃຫ້​ຮູ້​ວ່າ: ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສ ​ຈີນ ສຶຈິ້ນ​ຜິ​ງ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ຈະ​ມີ​ການ​ຢ້ຽມຢາມ​ທາງລັດຖະກິດ​ ຈີນ​ໃນ​ລະຫວ່າງ​ວັນ​ທີ 19 – 21/6/2013. ນີ້​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຈີນ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃນ​ຖານະ​ຕຳ​ແໜ່​ງ ​ເປັນ​ປະທານ​ປະ​ເທດ ​ແລະ ​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ຂັ້ນ​ສູງ ຫວຽດນາມ ພາຍຫຼັງ​ທີ່ ຈີນ ມີ​ຄະນະ​ການ​ນຳ​ໃໝ່. ທ່ານ ​ເລືອ​ງ​ແທງ​ຫງີ້ ​ເນ​ັ້ນໜັກ​ວ່າ:

“ກາ​ນຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ພັກ, 2 ລັດ, ກຳນົດ​ທິດ​ທາງ​ໃຫຍ່​ໃຫ້​ແກ່​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ພັດທະນາ​ຢ່າງ​ແທດ​ຈິງ​ໃນ​ບັນດາ​ຂົງ​ເຂດ, ​ເພື່ອ​ການ​ພັດທະນາ​ຂອງ ຫວຽດນາມ ​ແລະ ຈີນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ  ການ​ພັດທະນາ​ໃນ​ພາກ​ພື້ນ.”

        ທ່ານ​ລັ​ດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິນ​ມິ​ນ ກໍ່​ຈະ​ມີ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ລາວ ​ແຕ່​ວັນ​ທີ 14 – 16/6. ນອກຈາກ​ນັ້ນ​ແລ້ວ, ຍັງ​ມີ​ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານ​ຮອງ​ປະທານ​ຜູ້​ທີ 1 ສະພາ​ແຫ່ງ​ລັດ ກູ​ຍບາ Miguel Diaz – Canel ​ແລະ ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ Ecuador Ricardo Patino.

        ກໍ່​ໃນ​ເດືອນ 6, ການ​ເຄື່ອນ​ໄຫວ​ພົວພັນ​ການ​ຕ່າງປະ​ເທດ​ທີ່ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ການສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກ ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່ ​ໂຮ້ຍອານ, ​ແຂວງ ກວາງ​ນາມ ​ແຕ່​ວັນ​ທີ 19 – 23/6.

 


ຂ່າວ/ບົດ​ອື່ນ