ບັນດາການເຄື່ອນໄຫວຟົດຟື້ນສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

(VOVWORLD) - ວັນທີ 16 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງລາຍການສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2019) ດ້ວຍການເຄື່ອນໄຫວແທດຈິງ.
ບັນດາການເຄື່ອນໄຫວຟົດຟື້ນສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ - ảnh 1 ສະຖານທູດ ຫວຽດນາມ ປະຈຳ ອີຢິບ ຈັດຕັ້ງລາຍການສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ອີຢິບ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອີຢິບ ພ້ອມດ້ວຍແຂກສາກົນ ແລະ ປະເທດປະຈຳຖິ່ນເປັນຈຳນວນຫລວງຫລາຍ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມ-ມິດຕິງ ສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຢືນຢັນວ່າ: ນີ້ແມ່ນໂອກາດທີ່ມີຄວາມໝາຍເພື່ອໃຫ້ເພື່ອນມິດສາກົນ ແລະ ຊາວ ຫວຽດນາມ ຢູ່ ອີຢິບ ໄດ້ຫວນຄືນອະນຸສອນກ່ຽວກັບປະທານ ໂຮ່ຈີມິນ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງບົດບາດຂອງເພິ່ນ ໃນການສ້າງພື້ນຖານໃຫ້ແກ່ ການພັດທະນາສາຍພົວພັນ 2 ຝ່າຍອັນດີງາມຈົນມາຮອດທຸກວັນນີ້.

        ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ໄດ້ສົມທົບກັບນັກປະພັນ ອີຢິບ Refat Khaled ຈັດຕັ້ງພິທີເປີດຕົວປຶ້ມອ່ານທີ່ມີຊື່ວ່າ “55 ປີແຫ່ງການພົວພັນມິດຕະພາບ ຫວຽດນາມ - ອີຢິບ”. ນັກປະພັນ Refat Khaled ໃຫ້ຮູ້ວ່າ:

        “ປຶ້ມອ່ານໄດ້ຮັບການກຳເນີດ ໄດ້ປະກອບສ່ວນເພີ່ມທະວີການພົວພັນອັນດີງາມລະຫວ່າງ ອີຢິບ ແລະ ຫວຽດນາມ ແລະ ໄດ້ເຈາະຈິ້ມບັນດາຂົງເຂດຮ່ວມມືກ່ຽວກັບວັດທະນະທຳ, ເສດຖະກິດ, ການເມືອງ ແລະ ການຄ້າ…ລະຫວ່າງ 2 ປະເທດ. ພວກເຮົາກໍ່ຮັບຮູ້ວ່າ ການຢ້ຽມຢາມຂັ້ນສູງຂອງການນຳ 2 ປະເທດໃນລະຫວ່າງປີ 2017 2018 ໄດ້ນຳມາເຊິ່ງບັນດາຂໍ້ຕົກລົງຮ່ວມມືສຳຄັນໃນບັນດາຂົງເຂດຕ່າງໆ, ສ້າງປະຖົມປັດໄຈໃຫ້ແກ່ບາດກ້າວພັດທະນາການພົວພັນ 2 ຝ່າຍບົນພື້ນຖານ 55 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ