ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຍ້ອງຍໍຊົມເຊີຍບັນດາຄອບຄົວວັດທະນະທຳ; ພ້ອມທັງປາດຖະໜາວ່າ ຕາແສງຫຼຽວຢາຍ ພະຍາຍາມກ່ວາອີກ ໃນວຽກງານສ້າງແບບແຜນການດຳລົງຊີວິດວັດທະນະທຳ, ການປະພຶດທີ່ດີ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຢູ່ເຂດຊຸມຊົນ.
 

ຕອນຄ່ຳວັນທີ 15 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນຕາແສງ ຫຼຽວຢາຍ, ເມືອງ ບາດີ່ງ, ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2017). ທ່ານຮອງນາຍົກລັດຖະມົນຕີ ຍ້ອງຍໍຊົມເຊີຍບັນດາຄອບຄົວວັດທະນະທຳ; ພ້ອມທັງປາດຖະໜາວ່າ ຕາແສງຫຼຽວຢາຍ ພະຍາຍາມກ່ວາອີກ ໃນວຽກງານສ້າງແບບແຜນການດຳລົງຊີວິດວັດທະນະທຳ, ການປະພຶດທີ່ດີ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຢູ່ເຂດຊຸມຊົນ.

        ແລະກໍ່ໃນວັນດຽວກັນ, ທ່ານ ດ່າວງອັກຢູງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເຂດຊຸມຊົນ ຢູ້ງຕ໋ຽນ, ຕາແສງ ດົງຕ໋າວ, ເມືອງ ຄ໋ວາຍເຈົາ (ແຂວງ ຮຶງອຽນ). ທ່ານລັດຖະມົນຕີໃສ່ໃຈວ່າ, ໄລຍະຈະມາເຖິງ, ປະຊາຊົນເຂດຊຸມຊົນສືບຕໍ່ເຂົ້າຮ່ວມບັນດາການຂົນຂວາຍ, ບັນດາຂະບວນການແຂ່ງຂັນຮັກຊາດຢ່າງມີປະສິດທິຜົນ; ສຸມໃສ່ປະຕິບັດບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມ ເປັນຢ່າງດີ, ສືບຕໍ່ປັບປຸງຊີວິດການເປັນຢູ່, ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ, ສິວິໄລ.

        ເນື່ອງໃນໂອກາດນີ້, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ