ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງການສ້າງຕັ້ງພັກກອມມູນິດ ຫວຽດນາມໄດ້ຮັບການກະກຽມຈັດຕັ້ງໃຫ້ເປັນຢ່າງດີ
(VOVWORLD) -ເນື່ອງໃນໂອກາດນີ້, ບໍລິສັດຮູບເງົາເອກະສານ ແລະ ວິທະຍາສາດສູນກາງໄດ້ສ້າງຮູບເງົາສາລະຄະດີສະເຫຼີມສະຫຼອງ ວັນ 3 ກັນຍາ ແລະ ຫໍພິພິທະພັນໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈ 90 ປີແຫ່ງ ມູນເຊື້ອສະຫງ່າລາສີຂອງ ພັກກອມມູນິດ ຫວຽດນາມ”
ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາ - ສຶກສາສູນກາງພັກກອມມູນິດຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) |
ຕອນເຊົ້າວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາ - ສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ (3 ກຸນພາ 1930 – 3 ກຸນພາ 2020).
ຕາມນັ້ນແລ້ວ, ມີຫຼາຍເຫດການສຳຄັນຈະໄດ້ຈັດຕັ້ງຄື: ພິທີສະເຫຼີມສະຫຼອງລະດັບຊາດ, ກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ 90 ປີ ແຫ່ງວັນສ້າງຕັ້ງພັກ, ບັນດາລາຍການສະແດງສິລະປະພິເສດ… ເນື່ອງໃນໂອກາດນີ້, ບໍລິສັດຮູບເງົາເອກະສານ ແລະ ວິທະຍາສາດສູນກາງໄດ້ສ້າງຮູບເງົາສາລະຄະດີສະເຫຼີມສະຫຼອງ ວັນ 3 ກຸນພາ ແລະ ຫໍພິພິທະພັນໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈ 90 ປີແຫ່ງ ມູນເຊື້ອສະຫງ່າລາສີຂອງ ພັກກອມມູນິດ ຫວຽດນາມ”