ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ 2/9 ຢູ່ຕ່າງປະເທດ

(VOVWORLD) - ຄ່ຳຄືນວັນທີ 2 ກັນຍາ, ທີ່ Dar es Salaam, ສະຖານທູດ ຫວຽດນາມ ປະຈຳ Tanzania ຈັດຕັ້ງພິທີສະເຫຼີມສະຫຼອງ 72 ປີແຫ່ງການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ ໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ Tanzania. 
ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ 2/9 ຢູ່ຕ່າງປະເທດ - ảnh 1 ປະຊາຄົມຊາວ ຫວຽດນາມ ອາໄສຢູ່ Tanzania. 

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນກີມແຢວງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Tanzania ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ, ການເມືອງ - ຄວາມສະຫງົບ, ການທູດຂອງປະເທດໃນ 6 ເດືອນຕົ້ນປີ 2017. ກໍ່ຄືບັນດາບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - Tanzania.

        ກ່ອນໜ້ານັ້ນ, ວັນທີ 01 ກັນຍາ, ຫົວໜ້າຄະນະປະຕິບັດງານແຫ່ງ ສປປ. ລາວ ປະຈຳ ສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆປະຈຳ ເຊີແນວ ປະເທດ ສະວິດ ທ່ານເອກອັກຄະລັດຖະທູດ ຄຳອິນ ຄິດຈະເດດ ໄດ້ມາສຳນັກງານຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ, ອວຍພອນທ່ານ ເຢືອງຈີ໋ຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ແລະ ບັນດາພະນັກງານການທູດ ພວມປະຕິບັດງານຢູ່ຄະນະປະຕິບັດງານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນຊາດທີ 2 ກັນຍາ ຫວຽດນາມ (02/09/1945 – 02/09/2017).

 

ຕອບກັບ

ຂ່າວ/ບົດ​ອື່ນ