ບັນດາຂະແໜງການ, ຂັ້ນຕ່າງໆປະກອບ ຄຳເຫັນໃສ່ຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ
(ພາບປະກອບ:baothainguyen.org.vn)
(vovworld) - ຕອນເຊົ້າວັນທີ 4/3, ສະຖາບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ສາດສະດາຈາ, ດຣ ເຈີ່ນຫງອກເດື່ອງ ນັກວິຊາການຂັ້ນສູງຂອງສະພາແຫ່ງຊາດ, ຜູ້ປະຈຳການຄະນະຮຽບຮຽງປັບປຸງລັດຖະທຳມະນູນປີ 1992 ຊີ້ແຈງວ່າ: ຮ່າງລັດຖະທຳມະນູນສະບັບປັບປຸງຄັ້ງນີ້ ມີການປ່ຽນໃໝ່ຫຼາຍຢ່າງ ເມື່ອທຽບກັບລັດຖະທຳມະນູນສະບັບນຳໃຊ້ປະຈຸບັນ. ຮ່າງລັດຖະທຳມະນູນສະບັບປັບປຸງ ໄດ້ເສີມຂະຫຍາຍປັດໄຈມະນຸດ, ສືບຕໍ່ສ້າງພື້ນຖານເສດະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມສຳເລັດ, ສ້າງກົງຈັກລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ສາດສະດາຈາ, ດຣ ເຈີ່ນຫງອກເດື່ອງ ວິເຄາະວ່າ:
“ປະຊາຊົນແມ່ນເປົ້າໝາຍມີສິດອຳນາດແຫ່ງລັດສູງສຸດ. ປະຊາຊົນຕ້ອງຄວບຄຸມສິດອຳນາດຂອງລັດແມ່ນສິ່ງແນ່ນອນ, ແມ່ນຄຳຮຽກຮ້ອງອັນຖືກຕ້ອງ. ໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານໄດ້ດຳນົດການຄວບຄຸມສິດອຳນາດຂອງລັດແມ່ນຫຼັກການຈັດຕັ້ງສິດອຳນາດຂອງລັດ. ສະນັ້ນມັນຮຽກຮ້ອງໃຫ້ສ້າງຕັ້ງກົນໄກລວມມີການຄວບຄຸມສິດອຳນາດຂອງລັດຄື: ສິດນິຕິບັນຍັດ, ບໍລິຫານ ແລະ ຕຸລາການ“
ກໍ່ໃນຕອນເຊົ້າຂອງວັນທີ 4/3, ຢູ່ຮ່າໂນ້ຍ, ຄະນະກຳມາທິການວິທະຍາສາດ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຮັບເອົາຄຳຄິດຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາຄຳເຫັນສຸມໃສ່ເນື້ອໃນກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກຳນົດໃນພາກທີ 3 ຂອງລັດຖະທຳມະນູນ.