ບັນດາຄວາມມມານະ ພະຍາຍາມແກ້ໄຂ ຂໍ້ຂັດແຍ້ງຢູ່ອີຢີບ ຖືກປະລາໄຊ

ບັນດາຄວາມມມານະ ພະຍາຍາມແກ້ໄຂ ຂໍ້ຂັດແຍ້ງຢູ່ອີຢີບ ຖືກປະລາໄຊ - ảnh 1

(ພາບ:tgvn.com.vn)

(vovworld)-​  ວັນ​ທີ 7/8, ປະທານາທິບໍດີ​ຊົ່ວຄາວ​ອີ​ຢີບ ທ່ານ Adly Mansour ​ໃຫ້​ຮູ້​ວ່າ: ທຸກໆ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ຂອງ​ປະຊາ​ຄົມ​ໂລກ ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ຈົນ​ຕະ​ແຈ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້ ນັບ​ແຕ່​ເຫດ​ລັດຖະປະຫານ​ເມື່ອ​ວັນ​ທີ 3/7 ຜ່ານ​ມາ ລ້ວນ​ແຕ່​ຖືກ​ປະລາ​ໄຊ. ທ່ານ Adly Mansour ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ວ່າ ປຊຊ ອີ​ຢີບ ຈະ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ ພ້ອມ​ທັງ​ຖື​ວ່າ: ບັນດາ​ພັກ​ການ​ເມືອງ​ຕ້ອງ​ສາມັກຄີ​ກັນ​ເພື່ອ​ຈຸດໝາຍລວມ.

   ທ່ານປະທານາທິບໍດີ Adly Mansour  ​ໄດ້​ກ່າວ​ເຕືອນ​ວ່າ: ບໍ່​ວ່າ​ຜູ້​ໃດ​ບໍ່​ຮູ້​ຈຸດ​ເວລາ​ທີ່​ມີ​ລັກສະນະ​ຕັດສິນ​ໃນ​ປະຈຸ​ບັນ ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຜົນ​ຮ້າຍ.

   ພາຍຫຼັງ​ຄຳ​ຖະ​ແຫຼ​ງຂອງທ່ານປະທານາທິບໍດີ Adly Mansour , ອາ​ເມ​ລິ​ກາ, ອີ​ຢູ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ຈົນ​ຕະ​ແຈ​ທີ່​ອັນຕະລາຍ​ຢູ່​ອີ​ຢີບ. ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ແລະ ທ່ານ​ນາງ Catherine Ashton ຜູ້ຕາງໜ້າ​ຂັ້ນສູງ ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ​ອີ​ຢູ ​ໃຫ້​ຮູ້​ວ່າ: ຝ່າຍ​ຕ່າງ​ໆ ມີ​ຄວາມ​ວິຕົກ​ວັງ​ວົນກ່ຽວ​ກັບ​ເລື່ອງ​ລັດຖະບານ​ຊົ່ວຄາວ​ອີ​ຢີບ ​ແລະ ຫົວໜ້າ​ຝ່າຍ​ຄ້ານ ຍັງ​ບໍ່​ທັນ​ຊອກ​ຫາ​ວິທີ​ທຳລາຍ​ການ​ຈົນ​ຕະ​ແຈ​ໄດ້ ກໍ່​ຄື​ບໍ່​ທັນ​ເຫັນ​ດີ​ເປັນ​ເອກະສັນ ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ.

ຂ່າວ/ບົດ​ອື່ນ