ບັນ​ດາ​​ງານ​ບຸນ ແລະ ການ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ດູ​ແລ້ງ​ປີ 2023 ຢູ່ ດ່າ​ນັງ

(VOVWORLD) - ບັນດາງານບຸນ ແລະ ການຊຸກຍູ້ການທ່ອງທ່ຽວ “ງານບຸນ ດ່ານັງ 2323- Enjoy Da Nang 2023” ລວມມີບັນດາຫົວເລື່ອງ: ຊົມໃຊ້ງານບຸນ; ຊົມໃຊ້ທະເລ, ພັກຜ່ອນບຳລຸງສຸຂະພາບ; ການລະຫຼິ້ນບັນເທິງ; ຮັບປະທານອາຫານ ແລະ ໄປຊື້ເຄື່ອງ.
ບັນ​ດາ​​ງານ​ບຸນ ແລະ ການ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ດູ​ແລ້ງ​ປີ 2023 ຢູ່ ດ່າ​ນັງ - ảnh 1

 (ພາບ: VOV)

    ງານບຸນຍິງບັ້ງໄຟດອກສາກົນ-ດ່ານັງ ປີ 2023 ແມ່ນຈຸດສຸມຂອງລາຍການ“ງານບຸນ ດ່ານັງ 2023- Enjoy Da Nang 2023 ຊື່ງຄາດວ່າຈະຈັດຂຶ້ນແຕ່ວັນທີ 2 ມິຖຸນາ-ວັນທີ 8 ກໍລະກົດຢູ່ແຄມແມ່ນ້ຳ ຮ່ານ. ງານບຸນດັ່ງກ່າວມີການເຂົ້າຮ່ວມຂອງ 7 ທິມສາກົນ ແລະ ທິມ ດ່ານັງ ເປັນທິມຕາງໜ້າຂອງ ຫວຽດນາມ. ຫົວເລື່ອງລວມຂອງງານບຸນແມ່ນ “ໂລກບໍ່ມີໄລຍະຫ່າງ”.

   ລາຍການຊຸກຍູ້ການທ່ອງທ່ຽວ “ງານບຸນ ດ່ານັງ 2023- Enjoy Da Nang 2023 ລວມມີຫຼາຍການເຄື່ອນໄຫວ, ເຫດການພິເສດ. ທີ່ກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນວັນທີ 21 ເມສາ, ທ່ານນາງ ໂງທິກີມອຽນ, ຮອງປະທານ ຄະນະກຳມະການ ປຊຊ ນະຄອນ ດ່ານັງ ໃຫ້ຮູ້ວ່າ:

   ລາຍການຊຸກຍູ້ການທ່ອງທ່ຽວ ດ່ານັງ ປີ  2023 ຈະແມ່ນການກະຕຸກຊຸກຍູ້ທຳອິດ ເພື່ອເປີດສາກບັນດາການເຄື່ອນໄຫວງານບຸນ, ເຫດການທີ່ດຶງດູດໃຈແຂກທ່ອງທ່ຽວມາ ດ່ານັງ, ຊື່ງແມ່ນຈຸດນັດພົບອັນດັບໜຶ່ງຢູ່ ອາຊີ. ພວກຂ້າພະເຈົ້າສະເໜີໃຫ້ບັນດາວິສາຫະກິດເຂົ້າຮ່ວມລາຍການສົ່ງເສີມການທ່ອງທ່ຽວ ຈົ່ງໃຫ້ຄຳໝັ້ນສັນຍາ ສະໜອງບັນດາຜະລິດຕະພັນການບໍລິການໃຫ້ແຂກທ່ອງທ່ຽວ ຕ້ອງຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ຮັບປະກັນການທະລຸລ່ວງ.

ຕອບກັບ

ຂ່າວ/ບົດ​ອື່ນ