(vovworld) - ຕອນບ່າຍວັນທີ 01/01, ຢູ່ສະໜາມບິນສາກົນ ດານັ້ງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດານັ້ງ ແລະ ບໍລິສັດການບິນ Silk Air ໄດ້ຈັດພິທີ່ຕ້ອນຮັບກ້ຽວບິນສາກົນທຳອິດ, ດ້ວຍນັກທ່ອງທ່ຽວທີ່ມາຈາກສິງກະໂປ ເກືອບ 130 ຄົນ. ປີ 2012 ແມ່ນປີທີ່ໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງທີ່ມີຕໍ່ຂະແໜງທ່ອງທ່ຽວນະຄອນດານັ້ງ ໃນການຂຸດຄົ້ນ ແລະ ເພີ່ມຈຳນວນກ້ຽວບິນໂດຍກົງເຖິງດານັ້ງ. ນະຄອນດານັ້ງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມດ້ວຍທາງອາກາດເກືອບ 160.000 ເທື່ອຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2011, ໃນນັ້ນມີບັນດາສາຍການບິນໃໝ່ໄດ້ຮັບການຂຸດຄົ້ນຄື; ເຂດຕາເວັນອອກໄກ - ລັດເຊຍ, ຈີນ, ສ.ເກົາຫຼີ... ທ່ານນາງ Annette Barton, ແຂກທ່ອງທ່ຽວຜູ້ທຳອິດທີ່ມາຈາກນະຄອນຫຼວງລອນດອນ, ແຫ່ງລາຊະອານາຈັກອັງກິດ ແບ່ງປັນວ່າ.
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາດານັ້ງ, ຫາກໍ່ລົງເຮືອບິນ ຂ້າພະເຈົ້າໄດ້ຮັບການຕ້ອນຮັບທີ່ສະໜິດສະໜົມຈາກຊາວຫວຽດນາມ. ຂ້າພະເຈົ້າມາທ່ອງທ່ຽວຫວຽດນາມຜ່ານການແນະນຳຈາກເພື່ອນຂອງຕົນ ແລະ ຂ້າພະເຈົ້າຢາກເຫັນປະຈັກຕາວ່າ ນະຄອນດານັ້ງ ງາມຄືແນວໃດ”.
ແລະກໍ່ໃນມື້ທຳອິດຂອງປີ 2013, ຂະແໜງທ່ອງທ່ຽວນະຄອນໂຮ່ຈິມິນ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນທີ່ມາຈາກເຢຍລະມັນ ແລະ ຮົງກົງ (ຈີນ) ດ້ວຍຈຳນວນ 450 ຄົນ. ແລະ ກໍໃນສັບປະດາທຳອິດຂອງປີໃໝ່, Saigontourist ຈະຕ້ອນຮັບແຂກທ່ອງທ່ຽວກວ່າ 3.000 ເທື່ອຄົນ ພ້ອມກັບລູກເຮືອກໍ່າປັ່ນສາກົນ Super Star Aquarius ທີ່ມາຢ້ຽມຢາມ ຮ້າລອງ. ທ່ານນາງ ຫງວຽນທິແຄ໋ງ, ຮອງປະທານສະຫະສະມາຄົມທ່ອງທ່ຽວນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.
“ນະຄອນໂຮ່ຈິມິນ ມີທ່າແຮງແມ່ນມີການຄົມມະນາຄົມທາງນ້ຳທີ່ສະດວກ, ເພາະສະນັ້ນສະຫະສະມາຄົມ ແລະ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມີລາຍການແຕ່ປີກ່ອນ ເພື່ອລົງທຶນພັດທະນາການທ່ອງທ່ຽວທາງນ້ຳ, ເຊື່ອມຕໍ່ກັບບັນດາສາຍທ່ອງທ່ຽວຢູ່ແຂວງໃກ້ຄຽງ. ນີ້ແມ່ນໂຄງການທີ່ນັກທ່ອງທ່ຽວມີຄວາມສົນໃຈເປັນພິເສດ. ທາງນ້ຳໃນຕົວເມືອງ, ທາງນ້ຳໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.”